ຮອງ ລມຕ ກະຊວງ ປກສ ເຄື່ອນໄຫວຊີ້ນໍາວຽກງານຢູ່ ປກສ ແຂວງສະຫວັນນະເຂດ

ພົຕ
ກົງທອງ
ພົງວິຈິດ
ຮອງລັດຖະມົນຕີ
ກະຊວງ
ປກສ
ໄດ້ເຄື່ອນໄຫວຢ້ຽມຢາມ
ແລະ
ຊີ້ນຳວຽກງານຢູ່ກອງບັນ
ຊາການ
ປກສ
ແຂວງ
ສະຫວັນນະເຂດ
ໃນວັນທີ
6
ພະຈິກ
2018,
ມີ
ພັອ
ຄຳພົນ
ສີຫາປັນຍາ
ຫົວໜ້າກອງບັນຊາການ
ປກສ
ແຂວງສະຫວັນນະເຂດ
ພ້ອມດ້ວຍຄະນະພັກກອງບັນຊາການ,
ຫົວໜ້າຫ້ອງ,
ຮອງຫ້ອງອ້ອມຂ້າງ
ປກສ
ເຂົ້າຮ່ວມ.
ພັອ
ຄຳພົນ
ສີຫາປັນຍາ
ໄດ້ລາຍງານສະພາບລວມການ
ຈັດຕັ້ງປະຕິບັດການຊີ້ນຳ-ນໍາພາ
ວຽກງານປ້ອງກັນຄວາມ
ສະຫງົບ
ໃນທົ່ວແຂວງສະຫວັນນະເຂດ,
ເວົ້າສະເພາະແມ່ນຢູ່ກອງບັນຊາການ
ປກສ
ແຂວງ
ເປັນຕົ້ນແມ່ນບັນຫາ
ຄວາມບໍ່ສະຫງົບທາງດ້ານການເມືອງ,
ບັນຫາຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ໃນສັງຄົມ,
ບັນຫາຊາຍແດນ,
ບັນຫາສາສະ
ໜາ
ແລະ
ອື່ນໆ,
ເຊິ່ງບັນຫາທີ່ພົ້ນເດັ່ນກວ່າໜູ່ແມ່ນລັກຊັບພົນລະເມືອງ,
ມົ້ວສຸມຢາເສບຕິດ
(ຢາບ້າ)
ແລະ
ອຸບັດຕິ
ເຫດຕາມ
ຖະໜົນ,
ເຊິ່ງໃນໄລຍະ
10
ເດືອນ
ຜ່ານມາທົ່ວແຂວງ,
ມີຄະດີເກີດຂຶ້ນ
ທັງໝົດ
1.356
ເລື່ອງ,
ຜູ້ຖືກຫາ
1.038
ຄົນ
ຍິງ112
ຄົນ,
ຄະດີອາຍາ
117
ເລື່ອງ,
ຜູ້ຖືກຫາ
153
ເລື່ອງ,
ຢຶດຂອງກາງຢາບ້າ
ໄດ້
445.000
ເມັດ,
ມ້າງຄະດີຢາເສບຕິດໄດ້
10
ເລື່ອງ,
ມີ
795
ຄົນ,
ອຸບັດຕິເຫດເກີດຂຶ້ນ
ທັງໝົດ
672
ເລື່ອງ,
ຖືກຫາ
47
ຄົນ,
ເສຍຊີ
ວິດ
107
ຄົນ.
ຈາກນັ້ນ,
ຜູ້ເຂົ້າຮ່ວມ
ໄດ້ປະກອບຄຳຄິດຄຳເຫັນຕໍ່ກັບວຽກງານວິຊາສະເພາະຢ່າງກົງໄປ-ກົງມາ
ແລະ
ເລິກເຊິ່ງ.
ໂອກາດນີ້,
ພົຕ
ກົງທອງ
ພົງວິຈິດ
ໄດ້ຊີ້ນໍາ
ແລະ
ເນັ້ນໜັກ
ໃຫ້ສືບຕໍ່ເອົາໃຈໃສ່ວຽກສຶກສາອົບຮົມການເມືອງນຳພາ
ແນວຄິດ,
ການຝຶກຝົນຫຼ່ໍຫຼອມທາງດ້ານຄຸນທາດການເມືອງ,
ຄຸນສົມບັດສິນທຳປະຕິວັດໃຫ້ເປັນປົກກະຕິ,
ພ້ອມເອົາໃຈ
ໃສ່ປັບປຸງກໍ່ສ້າງກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງ,
ກໍ່ສ້າງກຳລັງໃຫ້ມີຄວາມຮູ້-ຄວາມສາມາດ
ແລະ
ຄວາມເຂັ້ມແຂງທາງ
ດ້ານວຽກງານວິຊາສະເພາະ
ພ້ອມທັງ
ເປັນເຈົ້້າການໃນການສະກັດກັ້ນ
ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມໃຫ້ຫຼຸດລົງ
ເທື່ອລະກ້າວ. |