ແມ່ຍິງກົມ 509 ເປີດກອງປະຊຸມໃຫຍ່ ຄັ້ງທີ
VI

ສະຫະພັນແມ່ຍິງກົມຄຸ້ມຄອງສຳມະໂນຄົວ
ແລະ
ກໍ່ສ້າງຮາກຖານ
( 509 )
ເປີດກອງປະຊຸມໃຫຍ່
ຄັ້ງທີ
VI
ໃນວັນທີ
26
ທັນວາ
2018
ໂດຍການເປັນປະທານ
ຂອງ
ພັທ
ນາງ
ບຸນທະວີ
ສີຫາລາດ
ປະທານສະຫະພັນແມ່ຍິງ
509,
ມີ
ພັທ
ນາງ
ສົມພອນ
ແສງຄໍາຢອງ
ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ,
ພັທ
ຫຸມພັນ
ເພັດບຸນມີ
ຮອງຫົວໜ້າກົມ
509,
ມີຄະນະສະຫະພັນແມ່ຍິງກົມ,
ເລຂາຄະນະບໍລິຫານງານຊາວໜຸ່ມກົມ,
ເລຂາໜ່ວຍຊາວໜຸ່ມ,
ອະດີດຄະນະສະຫະພັນແມ່ຍິງກົມ
ແລະ
ສະມາຊິກແມ່ຍິງກົມເຂົ້າຮ່ວມ.
ພັທ
ນາງ
ບຸນທະວີ
ສີຫາລາດ
ໄດ້ໃຫ້ຮູ້ຜົນງານການເຄື່ອນໄຫວຂອງສະມາຊິກແມ່ຍິງ
ພາຍໃນກົມ
ໃນໄລຍະຜ່ານ
ມາວ່າ:
ແມ່ຍິງກົມ
509
ສາມາດສ້າງ
ແລະ
ຍາດໄດ້ຜົນງານໃນຫຼາຍໆດ້ານເຊັ່ນ:
ເກັບມ້ຽນສຳນວນ-ສຳເນົາເອກະ
ສານ
ຂາເຂົ້າຂາ-ຂາອອກ
ໄດ້
13,590
ສະບັບ,
ປັບປຸງປ່ຽນປຶ້ມ
ແລະ
ຂຶ້ນທະບຽນສຳມະໂນຄົວລາວຕ່າງ
ດ້າວໄດ້
41.149
ຄອບຄົວ,
ມີ
249.232
ຄົນ
ຍິງ
44.071
ຄົນ,
ອອກບັດປະຈໍາຕົວລາວ-ຕ່າງດ້າວ
ໄດ້
58.453
ບັດ
ຍິງ
31.766
ບັດ,
ຂຶ້ນທະບຽນກາປະທັບໄດ້
12.093
ໜ່ວຍ,
ອອກບັດອາວຸດເສິກໄດ້
253
ບັດ,
ປ້ອນຂໍ້ມູນເຂົ້າລະບົບ
PIM
ໄດ້
18
ແຂວງມີ
351.551
ຄອບຄົວຈຳນວນ
1.956,369
ຄົນ
ຍິງ
1.011,442
ຄົນ.
ໃນໄລຍະຜ່ານມາໄດ້ຄັດເລືອກແມ່ຍິງ
ເປັນພົນລະເມືອງດີ
84
ສະຫາຍ,
ພັດທະນາດີ
80
ສະຫາຍ,
ສ້າງຄອບຄົວ
ດີມີຄວາມຜາສຸກ
80
ສະຫາຍ,
ແມ່ຍິງ
3ດີ
ປະເພດ
1
ມີ
77
ສະຫາຍ,
ປະເພດ
2
ມີ
2
ສະຫາຍ,
ບໍ່ໄດ້ຄັດເລືອກ
4
ສະຫາຍ,
ນອກຈາກ
ແມ່ຍິງ
3
ດີແລ້ວ
ສະຫະພັນແມ່ຍິງ
ຍັງໄດ້ເຂົ້າຮ່ວມຕີລາຄາຄັດ
ເລືອກໃນການຈັດຕັ້ງຂອງພັກໄດ້
ປະເພດເຂັ້ມແຂງ
ຈຳນວນ
196
ສະຫາຍ,
ປະເພດແຂງ
17
ສະຫາຍ,
ປຸກລະດົມຂົນຂວາຍບັນດາຫ້າງຮ້ານບໍລິສັດ
ແລະ
ບຸກຄົນອຸປະຖໍາເຄື່ອງອຸປະໂພກ-ບໍລິໂພກ,
ອຸປະກອນການຮຽນ,
ອຸປະກອນກິລາໄປຢ້ຽມຢາມຊ່ວຍເຫຼືອພະນັກ
ງານຮາກຖານ
ແລະ
ປະຊາຊົນ ທີ່ທຸກຍາກຢູ່ເຂດຫ່າງໄກສອກຫຼີກ,
ທຸກຍາກຂາດເຂີນ
ແລະ
ໄດ້ຮັບຜົນກະທົບຈາກ
ໄພພິບັດຢູ່ແຂວງ
ໄຊສົມບູນ,
ແຂວງ
ໄຊຍະບູລີ,
ແຂວງ
ເຊກອງ
ແລະ
ແຂວງ
ອັດຕະປື
ລວມມູນຄ່າ
41
ລ້ານກວ່າ
ກີບ.
ໃນກອງປະຊຸມໄດ້ບ່ອນບັດຄັດເລືອກເອົາຄະນະສະຫະພັນແມ່ຍິງຊຸດໃໝ່
ສາມາດເລືອກໄດ້
ພັທ
ນາງ
ເຂັມຄຳ
ໄຊ
ຍະເພັດ
ເປັນປະທານ,
ພັຕ
ນາງ
ແກ່ນຈັນ
ໄຊຍະລາດ
ເປັນຮອງ,
ພັຕ
ນາງ
ທິດາວອນ
ແກ້ວມະນີ
ເປັນປະທານ
ກວດກາ,
ແລະ
ອີກ
4
ທ່ານ
ເປັນຄະນະ
ໃນຕອນທ້າຍ
ພັທ
ຫຸມພັນ
ເພັດບຸນມີ
ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ສະຫະພັນແມ່ຍິງກົມ
ຍາດມາໄດ້ໃນໄລຍະ
ຜ່ານມາຮຽກຮ້ອງໃຫ້ຄະນະສະຫະພັນແມ່ຍິງກົມຊຸດໃໝ່ຈົ່ງພ້ອມກັນຮັກສາມູນເຊື້ອທີ່ດີ,
ມີຄວາມເຂັ້ມແຂງ,
ເພີ່ມທະ
ວີການຊີ້ນຳ-ນຳພາສະມາຊິກແມ່ຍິງໃຫ້ມີຄວາມໜັກແໜ້ນ ເພື່ອພ້ອມກັນກ້າວໜ້າຂຶ້ນໄປຢ່າງບໍ່ຢຸດຢັ້ງ. |