ກົມໃຫຍ່ສັນຕິບານ
(ກົມ
502)
ກະຊວງປກສໄດ້ສໍາເລັດຝຶກອົບຮົມ
ວິຊາສະເພາະສັນຕິບານໄລຍະສັ້ນ
ຊຸດທີ
V

ກົມໃຫຍ່ສັນຕິບານ
(ກົມ
502)
ກະຊວງ
ປກສ
ໄດ້ສໍາເລັດຝຶກອົບຮົມວິຊາສະເພາະສັນຕິບານໄລຍະສັ້ນ
ຊຸດທີ
V
ພ້ອມທັງ
ມອບໃບຢັ້ງຢືນໃຫ້ຜູ້ທີ່ສໍາເລັດການຝຶກອົບຮົມ
ຈໍານວນ
64
ສະຫາຍ
ຍິງ
35
ສະຫາຍ,
ໃນວັນທີ
12
ພະຈິກ
2018,
ພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ
45
ວັນ
ມອບໃບຢັ້ງຢືນໂດຍ
ພົຈວ
ບຸນມີ
ແສງຄໍາຢອງ
ຫົວໜ້າກົມ
502,
ມີແຂກຮັບເຊີນ,
ພະນັກງານ-ນັກຮົບ
ແລະ
ນັກສໍາມະນາກອນເຂົ້າຮ່ວມ.
ພັທ
ວົງດາລາ
ຄໍາຮຸ່ງ
ຫົວໜ້າຫ້ອງການເມືອງ
ກົມ
502
ໄດ້ຜ່ານບົດສະຫຼຸບຕີລາຄາການຮຽນ-ການສອນຊຸດຝຶກ
ອົບຮົມຄັ້ງນີ້ວ່າ:
ມີວິຊາຮຽນ
ທັງໝົດ
5
ວິຊາ
20
ໜ່ວຍກິດ
ແລະ
315
ຊົ່ວໂມງ
ການຮຽນ-ການສອນ
ແມ່ນໄດ້ປະ
ຕິບັດໄປຕາມແຜນການຕາຕະລາງການຮຽນ-ການສອນ
ເພື່ອໃຫ້ສອດຄ່ອງກັບເງື່ອນໄຂສະພາບຕົວຈິງ
ຂອງແຕ່ລະວິຊາ
ຮຽນສ້າງເງື່ອນໄຂໃຫ້ນັກສໍາມະນາກອນ
ໄດ້ຄົ້ນຄວ້າຈັດແບ່ງເວລາຕາມສະພາບຄວາມເປັນຈິງ
ຂອງແຕ່ລະວັນ,
ຜ່ານການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ
ວິຊາສະເພາະສັນຕິບານໄລຍະສັ້ນ
ສາມາດບັນລຸໄດ້ຕາມຄາດ
ໝາຍເຮັດໃຫ້ນັກສໍາມະນາກອນມີຄວາມຮັບຮູ້-ເຂົ້າໃຈພື້ນຖານທິດສະດີມາກ-ເລນິນ,
ພື້ນຖານທາງດ້ານກົດໝາຍ
ແລະ
ວຽກງານວິຊາສະເພາະສັນຕິບານ.
ພາຍຫຼັງໄດ້ສໍາເລັດໝວດວິຊາຮຽນຕ່າງໆ
ກໍໄດ້ມີການຄົ້ນຄວ້າສອບເສັງ
ເປັນແຕ່ລະໝວດວິຊາຜ່ານການຮຽນ-ການ
ສອນວຽກງານວິຊາສະເພາະໄລຍະສັ້ນ
45
ວັນ,
ສາມາດປະເມີນຜົນ,
ຕີລາຄາລະດັບຄວາມຮູ້ຂອງນັກສໍາມະນາກອນ
ເຫັນໄດ້ວ່າຄວາມຮັບຮູ້
ແລະ
ຄວາມເຂົ້າໃຈຂອງນັກຝຶກອົບຮົມແຕ່ລະຄົນ
ມີຄວາມເຂົ້າໃຈບົດຮຽນທີ່ມາສອນໃນຄັ້ງນີ້ໄດ້ດີ
ເຊິ່ງສາມາດບັນລຸໄດ້ຕາມລະດັບຄາດໝາຍທີ່ວາງໄວ້ເຊິ່ງສະແດງອອກຄື:
ປະເພດດີຫຼາຍ
30
ສະຫາຍ
ຍິງ
16
ສະຫາຍ
ເທົ່າກັບ
46,8%,ປະເພດດີ
34
ສະຫາຍ
19
ສະຫາຍ
ເທົ່າກັບ
53,2%. |