ເປີດກອງປະຊຸມ ວາງແຜນຍຸດທະສາດ ຄວບຄຸມພະຍາດໄຂ້ຍຸງລາຍ
ລະບາດປີ 2015

ວັນທີ 19 ມີນາ 2015, ກົມເສນາຮັກ ກົມໃຫຍ່ພະລາທິການ
ກະຊວງ ປກສ ໄດ້ຈັດກອງປະຊຸມ ວາງແຜນ ຍຸດດທະສາດໃນການ
ຄວບຄຸມພະຍາດໄຂ້ຍຸງລາຍລະບາດ ໃນປີ 2015; ໂດຍການເປັນປະ
ທານຂອງ ພັທ ດຣ ວິໄລວັນ ດວງສະຫວັນ ຫົວໜ້າກົມເສນາຮັກ, ມີ
ພັອ ຄຳແພງ ລາວລີ ຮອງກົມໃຫຍ່ພະລາທິການ, ມີບັນ ດາ
ພະນັກງານ -ແພດໝໍ ຈາກ 16 ກົມ ກອງອ້ອມຂ້າງ ກະຊວງ ແລະ
ພະນັກງານ-ນັກ ຮົບພາຍໃນ ກົມເສນາຮັກ ເຂົ້າຮ່ວມ.
ພັທ ດຣ ນ ສີວິໄລ ເຢຍມາ ຫົວໜ້າພະແນກສະກັດກັ້ນ ແລະ
ຕ້ານພະຍາດລະບາດ ໄດ້ຜ່ານບົດສະຫຼຸບ ລາຍງານການລະບາດຂອງ
ພະຍາດໄຂ້ຍຸງລາຍໃນສົກປີ 2014
ເຊິ່ງມີຜູ້ຕິດເຊື້ອທັງໝົດ1.700 ກວ່າຄົນ ສົມທຽບໃສ່ປີ
2013 ຫຼຸດລົງ 2.700 ກວ່າຄົນ. ແຂວງ ທີ່ມີຜູ້ຕິດເຊື້ອ
ຫຼາຍແມ່ນ ແຂວງ ອັດຕະປື ມີ 354 ຄົນ; ສ່ວນແຂວງຊຽງ ຂວາງ
ແລະ ຫົວພັນ ແມ່ນພົບຜູ້ຕິດເຊື້ອພະຍາດດັ່ງກ່າວ.
ພ້ອມນີ້, ກອງປະຊຸມກໍໄດ້ປຶກສາຫາລື ແລະ ປະກອບຄຳເຫັນໃສ່
ຮ່າງແຜນການຄວບຄຸມ ແລະ ຕ້ານພະ ຍາດໄຂ້ຍຸງລາຍລະບາດໃນກຳ
ລັງປ້ອງກັນຄວາມສະຫງົບ ໂດຍໄດ້ແຕ່ງຕັ້ງຄະນະຮັບຜິດຊອບຂະ
ບວນການ ອະນາໄມ-ສິ່ງແວດລ້ອມ ຢູ່ແຕ່ລະກົມກອງ ເພື່ອນຳພາການ
ສ້າງຂະບວນການຄວບຄຸມການແຜ່ເຊື້ອ ແລະ ການຂະຫຍາຍຕົວ
ຂອງຍຸງລາຍ, ວາງແຜນເຄື່ອນໄຫວ
ໃຫ້ສຸຂະສຶກສາກ່ຽວກັບການຕ້ານ
ພະຍາດໃຫ້ແກ່ພະນັກງານ-ນັກຮົບ
ຢູ່ແຕ່ລະກົມກອງ ໂດຍຈັດຕັ້ງປະຕິບັດ 5 ປໍ ໃຫ້ໄດ້ຕາມທິດຂອງ
ພະແນກ ສາທາລະນະສຸກ ນະຄອນ
ຫຼວງວຽງຈັນ ວາງອອກ ຄື: ປິດພາຊະນະທີ່ເກັບນໃນເຮືອນ
ແລະ
ນອກ ເຮືອນບໍ່ໃຫ້ຍຸງໄຂ່ໃສ່, ປ່ຽນນ້ຳ
ແລະ ຜັດຖູພາຊະນະ ເປັນຕົ້ນແມ່ນ
ເຕົ້າດອກໄມ້, ຖ້ານຮອງຕີນຕູ້, ຖ້ານຮອງຈອກ ແລະອື່ນໆ;
ປ່ອຍ ປາຫາງນົກຍູງ ເພື່ອໃຫ້ກິນໜອນ ນ້ຳ,
ປັບປຸງບໍ່ໃຫ້ມີນ້ຳຂັງຢູ່ໃນກະ ໂປະ, ກະປ໋ອງ, ຮາງລິນ ແລະ
ຢາງ ຕີນລົດເກົ່າ, ປະຕິບັດໃຫ້ເປັນປະ ຈຳອາທິດ.
ຖ້າຮູ້ສຶກເປັນໄຂ້ໃຫ້ໄປ ກວດ ແລະ ປິ່ນປົວຢູ່ໂຮງໝໍເພື່ອ ໃຫ້ທ່ານໝໍຕິດຕາມ
ແລະ ກວດ ເບິ່ງອາການໃຫ້ທ່ວງທັນກັບສະ
ພາບການທີ່ຈະເກີດຂຶ້ນ.
|