
ໃນວັນທີ
10
ກັນຍາ
2020,
ກອງບັນຊາການ
ປກສ
ແຂວງ
ຄຳມ່ວນ
ໄດ້ຈັດພິທີປາຖະກະຖາເລົ່າ
ຄືນມູນເຊື້ອ
2
ວັນປະຫວັດສາດຄື:
ວັນລັດຖະທໍາມະນູນ
ແຫ່ງ
ສປປ
ລາວ
ຄົບຮອບ
26
ປີ
(15
ສິງຫາ
1991-15
ສິງຫາ
2020)
ແລະ
ວັນຍຶດອຳນາດ
( 23
ສິງຫາ
1975 -23
ສິງຫາ
2020 )
ໂດຍ
ການເປັນປະທານ
ແລະ
ປາຖະກະຖາ
ໂດຍ
ພັທ
ສຸວັດ
ເທບສົມບັດ
ຄະນະພັກ
ຮອງຫົວໜ້າກອງ
ບັນຊາການ
ປກສ
ແຂວງຄຳມ່ວນ,
ມີຄະນະຫ້ອງ,
ໂຮງຮຽນ,
ກອງພັນ
ຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມຮັບ.
ພັທ
ສຸວັດ
ເທບສົມບັດ
ກ່າວ
ວ່າ:
ການປາຖະກະຖາໃນຄັ້ງນີ້
ແມ່ນເປັນການທົບທວນຫວນຄືນເຖິງຄວາມ
ໝາຍ-ຄວາມສຳຄັນຂອງ
ລັດຖະທຳມະນູນທີ່ເປັນກົດໝາຍຂອງຊາດ,
ການປະກາດໃຊ້ລັດ
ຖະທຳມະນູນ
ເປັນເຫດ
ການທີ່ສຳຄັນຂອງຊາດ
ແມ່ນການສ້າງສັນຕິພາບ,
ເອກະລາດອັນໜຶ່ງອັນດຽວກັນພາຍໃຕ້ການນຳພາຂອງພັກ,
ຮັບ
ຮູ້
ແລະ
ປົກ ປ້ອງການດຳລົງຄົງຕົວທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້ຂອງປະຊາຊົນບັນດາເຜົາ,
ເປັນພັນທະທີ່
ສຳຄັນ
ເພື່ອການສຶກສາອົບຮົມ
ໃຫ້ປະຊາຊົນ
ໃນການຍົກສູງນ້ຳ
ໃຈຮັກຊາດ
ຮັກລະບອບ
ປະຊາທິ ປະໄຕປະຊາຊົນ
ແລະ
ເພີ່ມທະວີຄວາມສາມັກຄີປອງດອງທົ່ວປວງຊົນທັງຊາດ.
ພ້ອມກັນນັ້ນ,
ທ່ານ
ຍັງໄດ້
ຫວນຄືນວັນຍຶດອຳນາດ
23
ສິງຫາ
ທີມີປະຫວັດການກໍ່ຕັ້ງອັນສະຫງ່າງາມ
ແລະ
ມູນເຊື້ອອັນພິລະອາດຫານຂອງບັນພະບູລຸດ
ກໍຄື
ປະຊາຊົນບັນດາເຜົ່າ
ເພື່ອປົກປັກ
ຮັກສາປະເທດຊາດ
ຈົນສາມາດ
ຍຶດ ອຳນາດຈາກພວກລ່າເມືອງຂຶ້ນໄດ້
ໃນວັນທີ
23
ສິງຫາ;
ເຊິ່ງເປັນຂີດໝາຍອັນສຳຄັນທາງປະຫວັດສາດ
ແຫ່ງ
ການຕໍ່ສູ້ຍາດເອົາເອກະລາດ
ແລະ
ອິດສະລະພາບ
ເຊີ່ງປະຊາຊົນບັນດາເຜົາໄດ້ຕໍ່ສູ້ດ້ວຍນ້ຳໃຈ
ຮັກຊາດຢ່າງເດັດດ່ຽວ
ແລະ
ພິ
ລະອາດຫານ
ເພື່ອເຕົ້າໂຮມແຜ່ນ
ດິນລາວ
ໃຫ້ເປັນເອກະພາບ,
ເອກະລາດ,
ເສລີພາບ
ແລະ
ຄວາມຢູ່ດີກິນ
ດີຂອງປະຊາຊົນບັນດາເຜົ່າໃນປັດຈຸບັນ.
|