
ກອງບັນຊາການ
ປກສ
ແຂວງ
ໄຊສົມບູນ
ໄດ້ຈັດພິທີສະຫຼຸບບັ້ນປ້ອງກັນກອງປະຊຸມໃຫຍ່ຜູ້ແທນ
ຄັ້ງທີ
I
ຂອງ
ຄະນະບໍລິຫານງານພັກແຂວງ
ໃນອາທິດຜ່ານມາ,
ເປັນປະ
ທານໂດຍ
ພັອ
ໂອລົມ
ອິນທະວົງ
ຮອງຫົວໜ້າກອງບັນ
ຊາການ
ປກສ
ແຂວງ
ມີບັນດາຄະນະພັກ-ຄະນະບັນຊາ,
ພະນັກງານ-ນັກຮົບ
ປກສ
ແຂວງ
ເຂົ້າຮ່ວມ.
ການຈັດຕັ້ງປະຕິບັດໜ້າທີ່ຕະຫຼອດໄລຍະການປ້ອງກັນກອງບັນ
ຊາການ
ປກສ
ແຂວງ
ແມ່ນໄດ້
ອີງໃສ່ແຜນ
ແມ່ບົດປ້ອງກັນ
ກອງ
ປະຊຸມໃຫຍ່
3
ຂັ້ນຂອງພັກ,
ແຜນບັນຈຸກຳລັງປ້ອງກັນ,
ແບ່ງ
ຄວາມຮັບຜິດຊອບ-ມອບໝາຍ
ໜ້າທີ່ໃຫ້ບັນດາຫ້ອງ,
ກອງພັນ,
ຄ້າຍຄຸມຂັງ
ແລະ
ປກສ
5
ເມືອງ,
ແນະນຳວິທີການຈັດຕັ້ງປະຕິບັດ
ໜ້າທີ່ໃຫ້
ແຕ່ລະພາກສ່ວນ-ບຸກຄົນຢ່າງລະອຽດ,
ປະກອບອາວຸດຍຸດໂທປະກອນ,
ເຄື່ອງມືວິຊາສະເພາະ
ແລະ
ພາຫະນະຄົບ
ຖ້ວນ
ໃຫ້ບັນດາເຫຼົ່າຮົບວິຊາສະເພາະ,
ເອົາໃຈໃສ່ເຄື່ອນໄຫວເກັບກໍາສະພາບການ,
ຂ່າວ,
ກົນອຸບາຍຂອງ
ສັດຕູ
ແລະ
ກຸ່ມຄົນບໍ່ດີ;
ປະຕິບັດ
ລະບອບບັນຊາລວມສູນແຕ່ເທິງລົງລຸ່ມ,
ສ່ອງແສງລາຍງານສະພາບການເປັນປົກກະຕິ
ແກ້ໄຂຄຳ
ສະເໜີ
ແລະ
ກໍລະນີຕ່າງໆທີ່
ເກີດຂຶ້ນໃຫ້ທັນເຫດການ.
ນອກນັ້ນ,
ຍັງໄດ້ປະສານສົມທົບກັບກຳ
ລັງກໍ່ສ້າງຮາກຖານການເມືອງ,
ທະຫານແຂວງ,
ກອງພັນໃຫຍ່
101,
ຫ້ອງການ
ປກຊ-ປກສ
ແລະ
ພາກສ່ວນ
ທີ່ກ່ຽວຂ້ອງຢ່າງໜັກແໜ້ນ;
ທັງນີ້ກໍເພື່ອເຮັດໃຫ້ແຂວງມີສະຖຽນລະພາບທາງດ້ານການເມືອງ,
ສັງຄົມມີຄວາມ
ສະຫງົບ-ປອດໄພ
ເພື່ອເຮັດໃຫ້ບັ້ນປ້ອງກັນໄດ້ຮັບ
ຜົນສຳເລັດຢ່າງຈົບງາມ,
ພັທ
ວຽງ
ສະຫວັນ
ໄຊຍະເພັດ
ຮອງຫົວໜ້າ
ຫ້ອງການ
ປກສ
ແຂວງ
ລາຍງານຕໍ່
ກອງປະຊຸມຄັ້ງນີ້.
ນອກນັ້ນ,
ກອງປະຊຸມຍັງໄດ້
ຜ່ານແຈ້ງການຂອງ
ຫ້ອງວ່າການ
ກະຊວງປ້ອງກັນຄວາມສະຫງົບ
ສະບັບເລກທີ
3579/ຫວກ,
ລົງ
ວັນທີ
27
ຕຸລາ
2020
ກ່ຽວກັບ
ການເຂົ້າ-ອອກກະຊວງປັອງກັນ
ຄວາມສະຫງົບ
ແລະ
ຜ່ານຂໍ້ຕົກ
ລົງຂອງກອງບັນຊາການ
ປກສ
ແຂວງໄຊສົມບູນ
ສະບັບເລກທີ
2089/ປກສ.ຊບ,
ລົງວັນທີ
20
ຕຸລາ
2020
ວ່າດ້ວຍການເລື່ອນຊັ້ນໃຫ້ພົນຕໍາຫຼວດ
ຈໍານວນ
2
ສະຫາຍ
ສິບເອກ
ຂຶ້ນ
ວາທີ
ຮ້ອຍ
ຕີ
1
ສະຫາຍ
ແລະ
ສິບຕີ
ຂຶ້ນ
ສິບ
ໂທ
1
ສະຫາຍ.
|