ເສັ້ນທາງລົດໄຟລາວ-ຈີນ
ແຕ່ບໍ່ເຕ່ນ
ຫາ
ນະຄອນຫຼວງວຽງຈັນ
ໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ
25
ທັນວາ
2016
ມາເຖິງປັດຈຸບັນໂຄງການດັ່ງກ່າວ
ມີຄວາມຄືບໜ້າໃນຫຼາຍດ້ານ
ແລະ
ສາມາດວາງລາງລົດໄຟສຳເລັດແລ້ວ
100
ກວ່າກິໂລແມັດ,
ຄາດວ່າຈະເປີດນຳໃຊ້ຢ່າງເປັນທາງການໃນ
ທ້າຍປີ
2021.
ກອງປະຊຸມປຶກສາຫາລື
ເພື່ອລາຍງານຄວາມຄືບໜ້າສະພາບ
ການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ
ຈັດຂຶ້ນໃນ
ວັນທີ
4
ກັນຍາ
2020
ເຂົ້າຮ່ວມໂດຍ
ພົອ
ຈັນສະໝອນ
ຈັນຍາລາດ
ກໍາມະການກົມການເມືອງສູນກາງພັກລັດ
ຖະມົນຕີກະຊວງປ້ອງກັນປະເທດ,
ທ່ານ
ປອ
ສິນລະວົງ
ຄຸດໄພທູນ
ເຈົ້າຄອງນະຄອນຫຼວງວຽງຈັນ,
ມີລັດຖະມົນຕີ-ຮອງລັດຖະມົນຕີອ້ອມຂ້າງສູນກາງ,
ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ,
ທ່ານ
ຊ່ຽວ
ຊຽນ
ເຫວີຍ
ອຳນວຍການໃຫຍ່ບໍລິສັດກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ
ໄດ້ຂຶ້ນລາຍງານ
ຄວາມຄືບໜ້າຂອງໂຄງການກໍ່ສ້າງເສັ້ນທາງລົດ
ໄຟລາວ-ຈີນ
ວ່າ:
ປັດຈຸບັນ,
ໂຄງການກໍ່ສ້າງເສັ້ນທາງລົດໄຟ
ລາວ-ຈີນ
ມີຫຼາຍໜ້າວຽກທີ່ມີຄວາມຄືບໜ້າໃກ້ຈະສໍາເລັດເປັນ
ຕົ້ນແມ່ນ:
ວຽກໜ້າດິນເລັດແລ້ວ
91%,
ວຽກພື້ນທາງ
ລົດໄຟ
ສຳເລັດ
98%,
ວຽກກໍ່ສ້າງຂົວ
ສຳເລັດ
81,4%,
ອຸມົງມີ
75
ແຫ່ງ
ສາມາດເຈາະທະລຸແລ້ວ
72
ແຫ່ງ
ສຳເລັດແລ້ວ
99,8%
ຄາດວ່າຈະເຈາະສຳເລັດໃນເດືອນກັນຍາ;
ສະເພາະການວາງລາງລົດໄຟສຳເລັດແລ້ວ
107,8
ກິໂລແມັດ,
ມາຮອດປັດຈຸບັນການວາງລາງແມ່ນວາງຮອດສະຖານີວັງວຽງ
ແຂວງວຽງຈັນ,
ຄາດວ່າຮອດກາງ
ເດືອນ
ຕຸລາຈະວາງຮອດເມືອງ
ກາສີ
ແຂວງວຽງຈັນ
ແລະ
ໃນທ້າຍປີນີ້ຈະວາງລາງໃຫ້ຮອດ
ແຂວງຫຼວງພະບາງ.
ນອກນີ້,
ຍັງ
ສາມາດຕິດຕັ້ງຕາໜ່າງໄຟຟ້າ
ສຳເລັດແລ້ວ
60,8%
ການອອກແບບສະຖານີມີ
10
ແຫ່ງ
ໄດ້ເລີ່ມ
ກໍ່ສ້າງແລ້ວ
7
ສະຖານີ
ຄາດວ່າຈະໃຫ້ສຳເລັດໜ້າວຽກຫຼັກໆໃນທ້າຍປີນີ້.
ກອງປະຊຸມຄັ້ງນີ້,
ບັນດາຄະນະຮັບຜິດຊອບໂຄງການກໍ່ສ້າງທາງລົດໄຟລາວ-ຈີນ
ຍັງໄດ້ພ້ອມ
ກັນປຶກສາຫາລື
ຮ່ວມກັນຢ່າງກົງ
ໄປກົງມາກ່ຽວກັບການກໍ່ສ້າງ,
ການຮັກສາຄວາມປອດໄພໃນພາກສະໜາມ,
ການເຜີຍແຜ່ກົດລະ
ບຽບ,
ຂໍ້ຫ້າມຕ່າງໆໃຫ້ແກ່ປະຊາຊົນຕາມແລວເສັ້ນທາງລົດໄຟ
ເພື່ອຫຼີກລຽງອຸບັດຕິເຫດ
ແລະ
ເຮັດໃຫ້ການດຳເນີນ
ໂຄງການ
ດັ່ງກ່າວສຳເລັດຕາມຈຸດປະສົງທີ່ໄດ້ວາງໄວ້.
|