
ກອງບັນຊາການປ້ອງກັນທີ່ຕັ້ງ
(ປຕ)
ກະຊວງ ປກສ ໄດ້ຈັດພິທີປະກາດການບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ
ແລະ ຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານກອງພັນ ໃນວັນທີ
29
ທັນວາ
2020,
ໂດຍມີ ສະຫາຍພົຈວ ໄຊສີ ແກ້ວສະຫງ່າ ຄະນະພັກກະຊວງ ເລຂາຄະນະພັກຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ,
ພ້ອມດ້ວຍຄະນະພັກກອງພັນ
205, 206
ແລະ
207
ເຂົ້າຮ່ວມ.
ສະຫາຍ ພັທ ກອງແກ້ວ ກຸສານົນ ຄະນະພັກກອງບັນຊາການ
ຫົວໜ້າຫ້ອງການເມືອງ ໄດ້ຂຶ້ນຜ່ານມະຕິຕົກລົງ
ສະບັບເລກທີ
531/ຄພ.ປຕ,
ລົງວັນ ທີ
15
ທັນວາ
2020
ວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ ແລະ
ຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານກອງພັນ
205
ມີ
5
ສະຫາຍ ຄື:
ສະຫາຍ ພັທ ດວງສະໝອນ ອຸລະມະນີວົງ ເປັນເລຂາ,
ສະຫາຍ ພັທ ບຸນດົງ ຄຳວົງສີ ເປັນຮອງເລຂາ,
ສະຫາຍ ພັທໄມພອນ ພວງຍະສານ ເປັນກຳມະການ
(
ຜູ້ກວດກາພັກ
),
ສະຫາຍ ພັທ ບຸນລຽບ ວົງດາລັກເປັນຄະນະ,
ສະຫາຍ ພັທ ວຽງວິໄລ ກັນລະຍາ ເປັນຄະນະ;
ຄະນະໜ່ວຍພັກຮາກຖານໝວດສຳນັກມີ
3
ສະຫາຍ,
ໜ່ວຍພັກກອງຮ້ອຍ
1
ມີ
2
ສະຫາຍ,
ໜ່ວຍ
ພັກກອງຮ້ອຍ
2
ມີ
2
ສະຫາຍ ແລະ ໜ່ວຍພັກກອງຮ້ອຍ
3
ມີ
2
ສະຫາຍ.
ພ້ອມນີ້,
ໄດ້ຜ່ານມະຕິຕົກລົງ
ວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກ
ຖານກອງພັນ
206
ແລະ ຂໍ້ຕົກລົງວ່າດ້ວຍ
ການບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານກອງພັນ
207
ຕື່ມອີກ.
ພົຈວ ໄຊສີ ແກ້ວສະຫງ່າ ໄດ້ນັ້ນໃຫ້ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງເອົາໃຈໃສ່
ສືບຕໍ່ຈັດຕັ້ງປະຕິບັດວຽກ
ງານ,
ຊີ້ນຳ-ນຳພາວຽກງານວິຊາສະເພາະໃຫ້ພະນັກງານ-ນັກຮົບອ້ອມຂ້າງກອງພັນປະຕິບັດໜ້າທີ່ວຽກງານ
ທີ່ຂັ້ນເທິງ
ມອບໝາຍໃຫ້ປະກົດຜົນເປັນຈິງ.
|