ກົມໃຫຍ່ຕໍາຫຼວດປະກາດການຈັດຕັ້ງຂັ້ນພະແນກ

ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ຈັດພິທີປະກາດແຕ່ງຕັ້ງ,
ຍົກຍ້າຍ ແລະ ສັບຊ້ອນນາຍຕໍາຫຼວດຂັ້ນ
ພະແນກຂອງບັນດາກົມ, ຫ້ອງ, ສູນ ທີ່ຂຶ້ນກັບກົມໃຫຍ່ຕໍາຫຼວດ ໃນວັນທີ
14 ທັນວາ 2020 ເປັນປະທານໂດຍ ພົຈວ ຄໍາກິ່ງ ຜຸຍຫຼ້າມະນີວົງ
ຫົວໜ້າກົມໃຫຍ່ຕໍາຫຼວດ ພ້ອມດ້ວຍຄະນະພັກ-ຄະນະບັນຊາ ແລະ ພະນັກງານທີ່
ໄດ້ຮັບການແຕ່ງຕັ້ງ,
ຍົກຍ້າຍ,
ສັບຊ້ອນ ເຂົ້າຮ່ວມ.
ພັອ ບຸນຫຼວງ ວິໄລສຸກ ຫົວໜ້າຫ້ອງການເມືອງ ກົມໃຫຍ່ຕໍາຫຼວດ ກະຊວງ
ປກສ ໄດ້ຜ່ານຂໍ້ຕົກລົງຂອງ
ກົມໃຫຍ່ຕໍາຫຼວດ ສະບັບເລກທີ 473/ຕຫຼ ລົງວັນທີ 9 ທັນວາ 2020
ວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດ
ທີ່ຂຶ້ນກັບກົມໃຫຍ່ຕໍາຫຼວດ; ຫົວໜ້າກົມໃຫຍ່ຕໍາຫຼວດຕົກລົງ ແຕ່ງຕັ້ງຫົວໜ້າ
ແລະ ຮອງພະແນກຂອງບັນດາກົມ, ຫ້ອງ, ສູນທີ່ຂຶ້ນກັບກົມໃຫຍ່ຕໍາຫຼວດມີ
ຫ້ອງການກົມໃຫຍ່ຕໍາຫຼວດ ມີ 5 ພະແນກ; ຫ້ອງການເມືອງມີ 6 ພະແນກ;
ຫ້ອງພະລາທິການມີ 5 ພະແນກ; ກົມ 300 ມີ 4 ພະແນກ;
ກົມຕໍາຫຼວດສືບສວນ-ສອບສວນມີ 5 ພະແນກ; ກົມ
ຕໍາຫຼວດເສດຖະກິດມີ 6 ພະແນກ; ກົມຕໍາຫຼວດສະກັດກັ້ນ ແລະ
ຕ້ານຢາເສບຕິດມີ 4 ພະແນກ; ກົມຕໍາຫຼວດ
ຈະລາຈອນມີ 5 ພະແນກ; ກົມຕໍາຫຼວດສິ່ງແວດລ້ອມມີ 4 ພະແນກ;
ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພມີ 6 ພະແນກ;
ກົມຕໍາຫຼວດນິຕິວິທະຍາມີ 5 ພະແນກ; ກົມຕໍາຫຼວດສາກົນມີ 3 ພະແນກ;
ກົມຕໍາຫຼວດຝຶກແອບ ແລະ ນໍາໃຊ້ໝາວິຊາສະເພາະມີ 3 ພະແນກ;
ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດມີ 3 ພະແນກ; ສູນຄວບ
ຄຸມລະບົບວົງຈອນປິດມີ 5 ພະແນກ; ກົມຕໍາຫຼວດທາງລົດໄຟມີ 2 ພະແນກ;
ສ່ວນຫົວໜ້າ ແລະ ຮອງທີ່ມີຢູ່ແລ້ວ
ແມ່ນຮັກສາໄວ້ຄືເກົ່າ.
ນອກນັ້ນ, ຍັງໄດ້ຍົກຍ້າຍບັນດານາຍຕໍາຫຼວດຈາກ 300 ຈໍານວນ 4
ສະຫາຍໄປຮັບໜ້າທີ່ໃໝ່ຢູ່ບັນດາ
ກົມ, ຫ້ອງ, ສູນທີ່ຂຶ້ນກັບກົມໃຫຍ່ຕໍາຫຼວດ ແລະ ໄດ້ສັບຊ້ອນພະນັກງານທີ່ຮຽນຈົບຈາກວິທະຍາຄານສັນຕິບານ
ປະຊາຊົນ
ໄປຮັບໜ້າທີ່ຢູ່ແຕ່ລະກົມກອງຕາມຄວາມເໝາະສົມ.
ໂອກາດດັ່ງກ່າວ, ພົຈວ ຄໍາກິ່ງ ຜຸຍຫຼ້າມະນີວົງ
ກໍໄດ້ໃຫ້ກຽດໂອ້ລົມເຊິ່ງທ່ານໄດ້ຍົກໃຫ້ເຫັນວ່າ: ການປະ
ກາດແຕ່ງຕັ້ງ,
ຍົກຍ້າຍ ແລະ
ສັບຊ້ອນນາຍຕໍາຫຼວດຂັ້ນພະແນກທີ່ຂຶ້ນກັບກົມໃຫຍ່ຕໍາຫຼວດແມ່ນເພື່ອ
ເປັນການ
ປັບປຸງກົງຈັກການຈັດຕັ້ງຂອງກົມໃຫຍ່ຕໍາຫຼວດ
ຢູ່ແຕ່ລະຂັ້ນໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ
ແລະ ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ
ໃນ
ໄລຍະໃໝ່
ແລະ ສໍາລັບຜູ້ທີ່ຖືກແຕ່ງຕັ້ງ, ຍົກຍ້າຍ, ສັບຊ້ອນ
ກໍໃຫ້ມີແນວຄິດອຸ່ນອຽນທຸ່ນທ່ຽງ ສືບຕໍ່ປະຕິບັດໜ້າ
ທີ່ວຽກງານທີ່ຕົນຮັບຜິດຊອບ ແລະ ໄດ້ຮັບການມອບໝາຍໃຫ້ມີຜົນສໍາເລັດ
ແລະ ປະສິດທິຜົນ.
|