
ຫ້ອງວ່າການ
ກະຊວງປ້ອງກັນຄວາມສະຫງົບ
ໄດ້ຈັດພິທີ
ມອບ-ຮັບໜ້າທີ່ຫົວໜ້າກົມເສນາທິການ
ລະຫວ່າງ
ພັອ
ພອນໄຊ
ຍົດສົມບັດ
ຫົວໜ້າກົມເສນາທິການ
(ຜູ້ເກົ່າ)
ແລະ
ພັອ
ວີທອງ
ພົມທະວີ
ຫົວໜ້າກົມເສນາທິການ
(ຜູ້ໃໝ່)
ໃນວັນທີ
19
ພະຈິກ
2020,
ເຂົ້າຮ່ວມໂດຍ
ພົຈວ
ສົມວັນ
ສາຍລ້ອງພາ
ຫົວໜ້າຫ້ອງ
ວ່າການ
ກະຊວງ
ປກສ,
ມີບັນດາ
ຫົວໜ້າກົມ,
ກອງທີ່ຂຶ້ນກັບຫ້ອງ
ວ່າການ,
ນາຍ
ແລະ
ພົນຕໍາຫຼວດ
ພາຍໃນກົມເສນາທິການເຂົ້າ
ຮ່ວມ.
ພັທ
ລັດສະໝີ
ພິມມະສອນ
ຮອງຫົວໜ້າກົມເສນາທິການ
ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີ
ກະຊວງ
ປກສ
ສະບັບເລກທີ
2169/ປກສ,
ລົງວັນທີ
27
ຕຸລາ
2020
ວ່າດ້ວຍການແຕ່ງຕັ້ງນາຍຕຳຫຼວດ
ທີ່ຂຶ້ນກັບຫ້ອງວ່າການ
ກະຊວງ
ປກສ,
ໃນນີ້ໄດ້ແຕ່ງຕັ້ງ
ພັອ
ວີທອງ
ພົມທະວີ
ເປັນຫົວໜ້າ
ກົມເສນາທິການ
ຜູ້ໃໝ່,
ສ່ວນຮອງ
ທີ່ມີຢູ່
ແລ້ວແມ່ນຮັກສາໄວ້ຄືເກົ່າ.
ໃນໂອກາດນີ້,
ພົຈວ
ສົມວັນ
ສາຍລ້ອງພາ
ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທ່ານຫົວໜ້າກົມເສນາທິການ
ຜູ້ເກົ່າ
ທີ່ໄດ້ຊີ້ນໍາ-ນຳ
ພາພະນັກງານ-ນັກຮົບ
ປະຕິບັດ
ວຽກງານວິຊາສະເພາະຈົນມີຜົນສຳເລັດຕາມການຈັດ
ຕັ້ງມອບ
ໝາຍໃຫ້,
ສ່ວນຜູ້ທີ່ໄດ້ຮັບໜ້າທີ່ໃໝ່
ກໍຕ້ອງສືບຕໍ່ປະຕິບັດໜ້າທີ່
ການເມືອງທີ່ໄດ້ຮັບມອບໝາຍໃຫ້ມີຜົນສຳເລັດ
ເປັນຕົ້ນແມ່ນໃຫ້ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ,
ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ,
ເຮັດ
ວຽກເປັນໝູ່ຄະນະ,
ແບ່ງວຽກ
ໃຫ້ບຸກຄົນຮັບຜິດຊອບ,
ຊີ້ນຳ-ນຳພາທຸກຂົງເຂດວຽກງານວິຊາສະເພາະໃຫ້ມີວິທະ
ຍາສາດ,
ຊໍານິຊໍານານ
ແລະ
ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ
ເພື່ອເຮັດໃຫ້ວຽກງານເສນາທິການເຕີບໃຫຍ່
ເຂັ້້ມແຂງເທື່ອລະກ້າວ.
|