
ໃນວັນທີ
16
ພະຈິກ
2020
ກະຊວງ
ປກສ
ໄດ້ມອບເງິນນະໂຍບາຍອຸດໜູນບໍານານໃຫ້
ພົຕ
ສົມ
ແກ້ວ
ສີລາວົງ
ອະດີດລັດຖະມົນ
ຕີກະຊວງ
ປກສ
ຕາງໜ້າມອບໂດຍ
ພົຕ
ວັນທອງ
ກອງມະນີ
ຫົວໜ້າ
ກົມໃຫຍ່ການ
ເມືອງ
ປກສ,
ມີຕາງ
ໜ້າຫ້ອງວ່າການກະຊວງ,
ກົມ
ກອງກ່ຽວຂ້ອງ
ເຂົ້າຮ່ວມ.
ພົຕ
ວັນທອງ
ກອງມະນີ
ກ່າວ
ວ່າ:
ການມອບເງິນອຸດໜູນບໍານານ
ຄັ້ງນີ້,
ໂດຍອີງຕາມນະໂຍບາຍດ້ານ
ຕ່າງໆທີ່ມີຕໍ່ກໍາລັງປ້ອງກັນຄວາມສະຫງົບ,
ພ້ອມທັງໄດ້ກ່າວອວຍ
ພອນໃຫ້ທ່ານອະດີດ
ລັດຖະມົນຕີ
ກະຊວງ
ປກສ
ຈົ່ງມີສຸຂະພາບແຂງແຮງ,
ມີຄວາມຜາສຸກໃນຊີວິດສ່ວນຕົວ,
ຄອບຄົວ
ແລະ
ສືບຕໍ່ເບິ່ງແຍງ
ໃຫ້ການຊ່ວຍເຫຼືອ
ໃນການກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບໃຫ້ມີຄວາມກ້າວໜ້າກວ່າເກົ່າ.
ພົຕ
ສົມແກ້ວ
ສີລາວົງ
ກໍໄດ້
ສະແດງຄວາມຂອບໃຈມາຍັງຫົວ
ໜ້າກົມໃຫຍ່ການເມືອງ
ປກສ
ພ້ອມຄະນະ,
ພ້ອມທັງກ່າວຢື້ຢາມຖາມຂ່າວໄປຍັງຄະນະບໍລິ
ຫານພັກກະຊວງປ້ອງກັນຄວາມສະຫງົບ
ຊຸດໃໝ່
ແລະ
ອວຍພອນ
ໃຫ້ທຸກສະຫາຍມີສຸຂະພາບເຂັ້ມແຂງ,
ເຮັດສໍາເລັດໜ້າທີ່ວຽກງານ,
ພ້ອມກັນສືບຕໍ່ຊີ້ນໍາ-ນໍາພາກໍາລັງ
ແກ້ໄຂປະກົດ
ການຫຍໍ້ທໍ້ໃນສັງຄົມໃຫ້ຫຼຸດລົງ
ເພື່ອໃຫ້ສັງຄົມມີຄວາມສະຫງົບ,
ປະຊາຊົນບັນດາເຜົ່າຍູ່ທ່າງທໍາມາຫາກິນ,
ເສີມຂະ
ຫຍາຍມູນເຊື້ອຮັກຊາດ
ແລະ
ສືບຕໍ່ປັບປຸງກໍາລັງ
ປກສ
ໃຫ້ດີຂຶ້ນເລື້ອຍໆ.
|