ປະກາດນາຍຕຳຫຼວດ ຮັບນະໂຍບາຍບຳນານ
ຫ້ອງວ່າການ ກະຊວງ ປກສ ໄດ້ຈັດພິທີປະກາດນະໂຍບາຍຮັບການບໍານານ
ແລະ ມອບເງິນອຸດໜູນຕ່າງໆ ໃຫ້ແກ່ນາຍຕຳຫຼວດ ຈຳນວນ
8
ສະຫາຍ ຍິງ
2
ສະຫາຍ,
ໃນວັນທີ
1
ຕຸລາ
2020,
ເຂົ້າຮ່ວມໂດຍ ພັອ ອານຸເດດ ຄູນຄຳ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ
ມີບັນຄະນະພັກ-ຄະນະບັນຊາພາຍໃນຫ້ອງວ່າການເຂົ້າຮ່ວມ.
ພັທ ສະໝານ ດວງປັນຍາ ຮອງຫົວໜ້າຫ້ອງການເມືອງ
ໄດ້ຂຶ້ນຜ່ານຂໍຕົກລົງຂອງກະຊວງປ້ອງກັນຄວາມ
ສະຫງົບ ວ່າດ້ວຍການອະນຸມັດໃຫ້ນາຍຕຳຫຼວດພັກການຮັບອຸດໜູນບຳນານ
ຈຳນວນ
8
ສະຫາຍ ຍິງ
2
ສະຫາຍ ເພື່ອປະຕິບັດແນວທາງນະໂຍບາຍຂອງພັກ-ລັດ ທີ່ມີຕໍ່ນາຍ ແລະ
ພົນຕຳຫຼວດ ທີ່ເຖິງອາຍຸກະສຽນຮັບບຳນານ ແລະ ເພື່ອປະຕິບັດຕາມທິດຊີ້ນຳຂອງຫ້ອງວ່າການ
ກະຊວງ ປກສ; ໃນນີ້ມີ ພັທ ບຸນປັນ ພົມໄທ ຮອງກົມບໍລິຫານ,
ພັທ ສົມສັກ ບົວສີດາ ຮອງກົມຄຸ້ມຄອງເອກະສານ,
ພັທ ພົມມາ ທິບພະວົງ ຮອງກົມພົວພັນຕ່າງປະເທດ,
ພັທ ເຊິນ ເຊກອງ ຫົວໜ້າພະແນກ ກົມກົດລັບ,
ພັທ ພົມມາ ຄຳພັນ ຫົວໜ້າພະແນກກອງລົດ ກົມບໍລິຫານ,
ພັທ ນາງ ຕິ່ງຄຳ ແສງສີລິຈັນ ຫົວໜ້າພະແນກບໍລິຫານ ກົມບໍລິຫານ,
ພັທ ທອງສຸກ ເຮືອງວິໄລ ຮອງພະແນກກົມກົດລັບ ແລະ ພັທ ນາງ ເກັງຄຳ
ວົງສາລີ ຮອງກົມຄຸ້ມຄອງເອກະສານ.
ໃນໂອກາດນີ້,
ພັອ ອານຸເດດ ຄູນຄຳ ໄດ້ສະແດງຄວາມດີໃຈຕໍ່ນາຍຕຳຫຼວດທີ່ໄດ້ຮັບອຸດໜູນບຳນານຄັ້ງນີ້,
ແມ່ນສະແດງເຖິງໄຊຊະນະອັນໃຫຍ່ຫຼວງ
ທີ່ບັນດາສະຫາຍໄດ້ປະກອບຕະຫຼອດໄລຍະຜ່ານມາ,
ແມ່ນມີຜົນສໍາເລັດຕໍ່
ວຽກງານຕ່າງໆໃນຫຼາຍດ້ານ
ເຊິ່ງໄດ້ປະກອບສ່ວນຢ່າງສຸດກົກສຸດປາຍໃນການຮັບໃຊ້ຊາດ,
ຮັບໃຊ້ປະຊາຊົນ ກໍ່ຄືຮັບ
ໃຊ້ໃຫ້ແກ່ການນໍາຂັ້ນສູງຂອງກະຊວງປ້ອງກັນຄວາມສະຫງົບ ໂດຍສະເພາະເປັນເສນາທິການໃຫ້ແກ່ນາຍ
ແລະ ພົນຕຳຫຼວດ
ທົ່ວຫ້ອງວ່າການ ໃນການກໍ່ສ້າງນາຍ ແລະ ພົນຕຳຫຼວດ
ເຮັດສໍາເລັດໜ້າທີ່ວຽກງານຂອງແຕ່ລະກົມ
ກອງເຮັດໃຫ້ຫ້ອງວ່າການກາຍເປັນກົມກອງປອດໃສ,
ເຂັ້ມແຂງ,
ໜັກແໜ້ນເປັນກ້າວໆມາ ທັງໝົດນີ້ ແມ່ນຜົນ
ງານຂອງບັນດາສະຫາຍໄດ້ປະກອບສ່ວນຕະຫຼອດໄລຍະທີ່ຜ່ານມາ,
ພາຍຫຼັງບັນດາສະຫາຍເຂົ້າພັກຜ່ອນບໍານານ
ແລ້ວ,
ຕ້ອງໄດ້ສືບຕໍ່ໃນການປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບຢູ່ຕາມບ້ານ,
ຕາມທ້ອງຖິ່ນ ຕ້ອງໄດ້ເປັນ,
ເປັນຕາຊ່ວຍບ້ານ ໃນການສຶກສາອົບຮົມລູກຫຼານພາຍໃນຄອບຄົວ ແລະ
ເຄື່ອນໄຫວໃຫ້ຖືກຕ້ອງ
ຕາມລະບຽບກົດໝາຍຂອງບ້ານ.
|