
ກອງສິລະປະກອນກົມໂຄສະນາ-ອົບຮົມກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຝຶກຊ້ອມໃຫເພື່ອກະກຽມ
ຮັບໃຊ້ກອງປະຊຸມໃຫຍ່
ຄັ້ງທີ
V
ຂອງອົງຄະນະພັກກະຊວງ ປກສ
ທີ່ຈະຈັດຂຶ້ນ ໃນຕໍ່ໜ້ານີ້ ເຂົ້າຮ່ວມໂດຍ ພົຈວ ຄໍາສາຍ ຈັນທະວົງ
ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ທັງເປັນຮອງຫົວໜ້າອະນຸກໍາມະການ
ຂະບວນການຂໍ່ານັບ
ຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ
V
ຂອງອົງ ຄະນະພັກກະຊວງ ປກສ,
ມີຄະນະຮັບຜິດຊອບ,
ກົມກອງອ້ອມ ຂ້າງຂ້າງເຂົ້າຮ່ວມ.
ພັທ ວັນນະສັກ ທອງອຸໄລ ຮອງຫົວໜ້າກົມໂຄສະນາ-ອົບຮົມ ໃຫ້ຮູ້ວ່າ:ການຝຶກຊ້ອມສະແດງສິລະປະ
ກໍຄືບົດຟ້ອນ ແລະ
ຮ້ອງເພງແມ່ນໄດ້ເລີ່ມຝຶກຊ້ອມມາແຕ່ຕົ້ນເດືອນກໍລະກົດເປັນຕົ້ນມາ
ປະກອບມີບົດຟ້ອນ
ຈໍານວນ
6
ບົດຟ້ອນ ຄື: ບົດຟ້ອນເຕົ້າໂຮມທຸງໄຊ,
ບົດຟ້ອນທໍາມະຊາດບ້ານນາ,
ບົດຟ້ອນຊີວິດໃໝ່ເຜົ່າມົ້ງ,
ບົດຟ້ອນຕໍ່າເຂົ້າ,
ບົດຟ້ອນບຸນເລີຣ ແລະ
ບົດຟ້ອນຕໍາຫຼວດລາວ,
ມີ
10
ບົດ ເພງ ຄື: ບົດເພງ ລຸງໄກ ສອນ
ໃນດວງໃຈ,
ໃຕ້ຮົ່ມທຸງສີແດງ,
ຕໍາຫຼວດຍຸກໃໝ່,
ບ້ານນ້ອງພວມພັດທະນາ,
ນໍ້າຕາແມ່,
5
ເມສາ ໝັ້ນຍືນ,
ປກສມີໄຊ,
ຊົມເຊີຍກອງປະຊຸມໃຫຍ່,
ລໍາເດີນສຽງຈາກໜຸ່ມຕໍາຫຼວດລາວ ແລະ ລໍາຜູ້ໄທ
(ມູນເຊື້ອ
ປກສ ).
ມາຮອດປັດຈຸບັນ ການສະແດງລາຍການຕ່າງໆ ແມ່ນມີຄວາມພ້ອມ
100%
ທີ່ຈະຮັບໃຊ້ສະແດງໃນ
ກອງປະຊຸມໃຫຍ່ ຄັ້ງທີ
V
ຂອງອົງຄະນະພັກກະຊວງ ປກສ
ທີ່ຈະຈັດຂຶ້ນໃນຕໍ່ໜ້ານີ້ ໃຫ້ມີບັນຍາກາດຟົດຟື້ນ ແລະ ເບີກບານມ່ວນຊື່ນ.
|