ຫາລືປັບປຸງຫ້ອງຮຽນ ຮວທ ຫຼັກ 67

ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດກອງປະຊຸມປຶກສາຫາລື
ແລະ ຕໍ່ລອງລາຄາການປັບປຸງອາຄານ
ຮຽນ ຫ້ອງ ມ5 ຂອງ ໂຮງຮຽນວັດທະນະທໍາຫຼັກ 67 ຂຶ້ນໃນວັນທີ 11 ມີນາ
2021 ໂດຍການເປັນປະທານຂອງ ພົຈວ ຄໍາສາຍ
ຈັນທະວົງຮອງຫົວໜ້າກົມໃຫຍ່ການເມືອງກະຊວງ ປກສ
ຫົວໜ້າຄະນະຮັບຜິດຊອບ
ໂຄງການສ້ອມ
ແປງ, ມີຄະນະຮັບຜິດຊອບ, ກົມໃຫຍ່ພະລາ ແລະ ບໍລິສັດ
ປະມູນເຂົ້້າຮ່ວມ.
ພັທ ທະວີພອນ ຮັກໜໍ່ລາດ ຫົວໜ້າອໍານວຍການ ຮວທ ຫຼັກ 67 ລາຍງານວ່າ:
ອາຄານຮຽນທີ່ຈະໄດ້ຮັບ
ການປັບປຸງ ເປັນຊັ້ນຮຽນ ຫ້ອງ ມ5 ປະກອບມີ 5 ຫ້ອງ ແລະ 1
ຫ້ອງການນ້ອຍ, ອາຄານດັ່ງກ່າວນໍາໃຊ້ມາເປັນ
ເວລາຫຼາຍປີ
ຈິ່ງເຮັດໃຫ້ຫຼັງຄາ ແລະ ເພດານມີການຊຸດໂຊມຢ່າງໜັກຄາດວ່າສົກຮຽນໜ້າອາດຈະນໍາໃຊ້ບໍ່ໄດ້.
ດັ່ງ
ນັ້ນທາງໂຮງຮຽນ
ຈິ່ງສະເໜິມາຍັງກົມໃຫຍ່ການເມືອງເພື່ອຂຶ້ນແຜນສ້ອມແປງໂດຍໄວ.
ກອງປະຊຸມຄັ້ງນີ້, ຄະນະກໍາມະການຮັບຜິດຊອບກໍໄດ້ປຶກສາຫາລື ແລະ
ຕໍ່ລອງລາຄາກັບບໍລິສັດ ຮັບເໜົາ
ກໍ່ສ້າງ ໂດຍມີ 3 ບໍລິສັດ ໄດ້ຍື່ນຊອງປະມູນ ເຊິ່ງສາມາດເລືອກໄດ້ບໍລິສັດ
PKS
ທີ່ມີມາດຕະຖານຄົບຖ້ວນເປັນ
ຜູ້ຮັບເໜົາສ້ອມແປງ, ອາຄານດັ່ງກ່າວມີຄວາມຍາວ 44 ແມັດ, ກວ້າງ 7 ແມັດ
ໃນມູນຄ່າ
206
ລ້ານກີບ
ເປັນແຜນງົບປະມານຂອງລັດຖະບານຮ່ວງປະຈໍາປີ
2022
ແລະ
ຈະກໍ່ສ້າງໃຫ້ສໍາເລັດພາຍໃນ
3
ເດືອນ.
ໂອກາດນີ້, ປະທານກອງປະຊຸມ ໄດ້ເນັ້ນໃຫ້ຄະນະກໍາມະການຮັບຜິດຊອບ
ຈົ່ງເອົາໃຈໃສ່ໃນການຕິດຕາມ,
ຊຸກຍູ້ໃຫ້ບໍລິສັດດໍາເນີນໂຄງການສ້ອມແປງໂດຍໄວ ແລະ
ຮັບປະກັນໃຫ້ໄດ້ຄຸນນະພາບ, ມາດຕະຖານເຮັດໃຫ້ຕຶກອາ
ຄານສ້ອມແປງດັ່ງກ່າວ ສາມາດນໍາໃຊ້ໄດ້ຍາວນານ.
|