ປຶກສາຫາລືຄົ້ນຄວ້າການສ້າງຫຼັກສູດ
ປະລິນຍາຕີຍົກສະຖານະ ຮທມ ຂຶ້ນເປັນວິທະຍາຄານ

ກອງປະຊຸມປຶກສາຫາລື
ຄົ້ນຄວ້າການສ້າງຫຼັກສູດປະລິນຍາຕີ
ຍົກສະຖານະໂຮງຮຽນທິດສະດີການເມືອງ ປກສ ( ຮທມ )
ຂຶ້ນເປັນວິທະຍາຄານການເມືອງ ປກສ ໄດ້ຈັດຂຶ້ນໃນວັນທີ
5
ກຸມພາ 2021 ໂດຍການເປັນ
ປະທານຂອງ ພັອ ປອ ຊາຍຄອງ ເພັດຊະວົງ
ອໍານວຍການໂຮງຮຽນທິດສະດີການເມືອງ ປກສ,
ເປັນກຽດເຂົ້າຮ່ວມ
ຂອງ ພົຕ ວັນທອງ ກອງມະນີ ຫົວໜ້າກົມໃຫຍ່ການເມືອງ ປກສ,
ມີຄະນະພັກ-ຄະນະອໍານວຍການພ້ອມດ້ວຍພາກ
ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ, ບັນດາຄະນະຮັບຜິດຊອບ, ອະນຸກໍາມະການເນື້ອໃນ,ສ້າງບົດວິພາກ,
ຫຼັກສູດ ແລະ ຕໍາລາ
ໄດ້ມີການປຶກສາຫາລືຄົ້ນຄວ້າ
ໂດຍມີການກໍານົດທີ່ຕັ້ງ, ພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດ;
ໂຄງປະກອບ
ການຈັດຕັ້ງ ແລະ ບຸກຄະລາກອນ
ຕະຫຼອດຮອດລະບອບແບບແຜນວິທີການເຮັດວຽກຢ່າງລະອຽດຖີ່ຖ້ວນ ທັງນີ້ກໍ
ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານປ້ອງກັນຄວາມສະຫງົບ
ໃນພາລະກິດປ່ຽນແປງໃໝ່ ເພື່ອ
ແນໃສ່ກໍ່ສ້າງຖັນແຖວພະນັກງານສືບທອດ
ໃຫ້ມີຫຼັກໝັ້ນການເມືອງທີ່ໜັກແໜ້ນ,
ມີທັດສະນະວິໄສທັດທີ່ມີວິທະ
ຍາສາດ,
ມີຄວາມສາມາດຕໍ່ການວາງແຜນຍຸດທະສາດ ແລະ
ການຈັດຕັ້ງປະຕິບັດແນວທາງຂອງພັກ: ມີຄຸນສົມບັດ
ສິນທໍາປະຕິວັດ,
ມີແບບແຜນກໍ່ສ້າງຊີວິດທີ່ປອດໃສຂາວສະອາດ ແລະ ມີເເບບແຜນເຮັດວຽກ
ທີ່ມີວິທະຍາສາດ,
ກຽມພ້ອມຮັບໃຊ້ຊາດ ແລະ ປະຊາຊົນ.
ສໍາລັບຫຼັກສູດນີ້ເລີ່ມນຳໃຊ້ໃນສົກຮຽນ
2022-2023
ຢ່າງເປັນທາງການ ເມື່ອສໍາເລັດການສ້າງຕັ້ງວິທະ
ຍາຄານການເມືອງ
ປ້ອງກັນຄວາມສະຫງົບ,
ການກໍ່ສ້າງລະບົບປະລິນຍາຕີຕາມຫຼັກສູດທີ່ໄດ້ກໍານົດໄວ້ກໍໄດ້ມີການ
ປະເມີນຜົນ ແລະ ມີຄວາມຈຳເປັນຕ້ອງໄດ້ມີການສ້າງຫຼັກສູດ
ໂດຍແທດເໝາະກັບສະພາບການໃນໄລຍະໃໝ່,
ສະ
ນັ້ນ,
ຫຼັກສູດທີ່ໄດ້ຮັບການສ້າງໃນຄັ້ງນີ້ຈະໄດ້ເປີດສອນນັບແຕ່ສົກຮຽນ
2024-2025
ເປັນຕົ້ນໄປ.
ໂອກາດດັ່ງກ່າວ, ພົຕ ວັນທອງ ກອງມະນີ
ກໍໄດ້ໃຫ້ກຽດໂອ້ລົມເຊິ່ງທ່ານໄດ້ຍົກໃຫ້ເຫັນວ່າ: ບົນພື້ນຖານ
ການເຕີບໃຫຍ່ຂະຫຍາຍຕົວ ຂອງກໍາລັງປ້ອງກັນຄວາມສະຫງົບ,
ການເຕີບໃຫຍ່ຂະຫຍາຍຕົວທາງດ້ານການສຶກສາ,
ເຕັກນິກ ແລະ ເຕັກໂນໂລຢີໃນຍຸກສະໄໝປັດຈຸບັນ
ຈຳເປັນຕ້ອງໄດ້ຍົກສະຖານະນາມໂຮງຮຽນ ທິດສະດີການເມືອງ
ປ້ອງກັນຄວາມສະຫງົບ ຂຶ້ນເປັນວິທະຍາຄານການເມືອງ,
ຄະນະນໍາກະຊວງປ້ອງກັນຄວາມສະຫງົບ,
ກົມໃຫຍ່ການ
ເມືອງປ້ອງກັນຄວາມສະຫງົບ
ແລະ ຄະນະອໍານວຍການໂຮງຮຽນທິດສະດີການເມືອງປ້ອງກັນຄວາມສະຫງົບ
ຈຶ່ງໄດ້
ຊີ້ນຳການປັບປຸງຫຼັກສູດປະລິນຍາການເມືອງ-ການບັນຊາ ເພື່ອໃຫ້ທັນສະໄໝ
ແລະ ສອດຄ່ອງກັບລະບົບຫຼັກສູດ
ການສຶກສາແຫ່ງຊາດທີ່ກະຊວງສຶກສາທິການໄດ້ກຳນົດໄວ້
ເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງ
ວຽກງານປ້ອງກັນຄວາມສະຫງົບ ແລະ ສາມາດນໍາໃຊ້ໄດ້ຍາວນານ
|