
ກອງບັນຊາການປ້ອງກັນທີ່ຕັ້ງກະຊວງ
ປກສ
ໄດ້ປະກາດການຈັດຕັ້ງ
ໃນວັນທີ
1
ຕຸລາ
2020
ໂດຍການເປັນ
ປະທານຂອງ
ພັອ
ໄຊສີ
ແກ້ວສະຫງ່າ
ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ
ມີບັນດາຄະນະພັກ
4
ຫ້ອງ,
3
ກອງພັນ
ແລະ
ກອງຮ້ອຍເອກະລາດເຂົ້າຮ່ວມ.
ພັທ ກອງແກ້ວ ກຸສານົນ ຫົວໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງສະບັບເລກທີ
3150/ກມປສ, ລົງວັນທີ 27 ສິງຫາ 2020 ວ່າດ້ວຍການຍົກຍ້າຍນາຍຕຳຫຼວດທີ່ຂຶ້ນກັບກອງບັນຊາການປ້ອງກັນທີ່ຕັ້ງ;
ໃນນີ້, ໄດ້ຍົກຍ້າຍ ພັທ ນິພົນ ແກ້ວແສງສີ ຈາກກອງພັນ 205
ໄປຮັບໜ້າທີໃໝ່ຢູ່ ຫ້ອງເສນາທິການ, ພັທ ບຸນລຽບ ວົງດາລັກ
ຈາກຫ້ອງການເມືອງ ໄປຮັບໜ້າທີໃໝ່ຢູ່ກອງພັນ 205, ພັທ ໄມພອນ
ພວງຍະສານ ຈາກຫ້ອງເສນາທິການ ໄປຮັບ
ໜ້າທີໃໝ່ຢູ່ກອງພັນ 205; ພ້ອມນີ້ ຍັງໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຫົວໜ້າ
ແລະ ຮອງຂັ້ນພະແນກ, ຂັ້ນກອງຮ້ອຍ, ຂັ້ນໝວດ, ຂັ້ນໝູ່ຂອງບັນດາກອງພັນ,
ກອງຮ້ອຍເອກະລາດອີກຈໍານວນໜຶ່ງ.
ໃນພິທີ ພັອ ໄຊສີ ແກ້ວສະຫງ່າ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພະນັກງານທີ່ໄດ້ທຸມເທເຫື່ອແຮງ,
ສຸມທຸກສະຕິປັນຍາປະຕິບັດໜ້າທີວຽກງານ-ວິຊາສະເພາະມີຜົນສຳເລັດຕາມຄາດໝາຍ
ພ້ອມນັ້ນ, ບັນດາສະຫາຍ
ທີ່ຖືກຍົກຍ້າຍ ແລະ ສັບຊ້ອນແຕ່ງຕັ້ງຄັ້ງນີ້ຕ້ອງພ້ອມກັນນຳໃຊ້ວິຊາສະເພາະຂອງກຳລັງປ້ອງກັນຄວາມສະຫງົບ
ເພື່ອ
ຊອກຮູ້-ຕ້ານ ແລະ ສະກັດກັ້ນກົນອຸບາຍ, ການເຄື່ອນໄຫວຂອງພວກຄົນບໍ່ຫວັງດີຕໍ່ລະບອບໃໝ່ຂອງພວກເຮົາຢ່າງ
ເຂັ້ມງວດ.
|