
ກອງປະຊຸມສະຫຼຸບວຽກງານປ້ອງກັນພາຍໃນ
ປະຈໍາປີ
2020
ແລະ
ທິດທາງແຜນການ
ປະຈໍາປີ
2021
ຂອງ
ກອງບັນຊາການ
ປກສ
ເມືອງແກ່ນທ້າວ
ແຂວງໄຊຍະບູລີ
ໄດ້ຈັດຂຶ້ນໃນວັນທີ
16
ທັນວາ
2020
ໂດຍມີທ່ານ
ອໍາຄາ
ລັດສະໝີ
ກໍາມະການພັກແຂວງ,
ເລຂາພັກເມືອງ,
ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ,
ພັທ
ສະເຫວີຍ
ແສງອາພອນ
ຮອງ
ຫົວໜ້າກອງບັນຊາການ
ປກສ
ເມືອງ,
ມີຫົວໜ້າ,
ຮອງຫົວໜ້າ
ຫ້ອງການ,
ກົມກອງ,
ອົງການຈັດ
ຕັ້ງ,
ລັດວິສາຫະກິດ
ແລະ
ພະ
ນັກງານທີ່ກ່ຽວຂ້ອງ
ເຂົ້າຮ່ວມ
100
ກວ່າຄົນ.
ໃນກອງປະຊຸມ,
ໄດ້ພ້ອມກັນ
ສະຫຼຸບຕີລາຄາສະພາບການຈັດ
ຕັ້ງປະຕິບັດວຽກງານປ້ອງກັນພາຍ
ໃນປະຈໍາປີ
2020
ແລະ
ທິດທາງ
ແຜນການປີ
2001
ເຊິ່ງເມືອງ
ແກ່ນທ້າວ
ມີໜ່ວຍປ້ອງກັນຕົວ
14
ໜ່ວຍ
ມີຈໍານວນພົນ
240
ກວ່າຄົນ,
ໃນ
1
ປີຜ່ານມາ,
ໄດ້ເອົາ
ໃຈໃສ່ລົງຕິດຕາມ,
ກວດກາກະຕຸກຊຸກຍູ້ໜ່ວຍປ້ອງກັນຕົວຂອງ
ສໍານັກ
ງານ-ອົງການຢູ່ພາຍໃນເມືອງ
ເພີ່ມທະວີເອົາໃຈໃສ່ໃນການກໍາແໜ້ນສະພາບແນວຄິດ
ແລະ
ການເຄື່ອນໄຫວຂອງພະ
ນັກງານ-ລັດ
ຖະກອນຢູ່ແຕ່ລະຂົງເຂດຢ່າງເປັນປົກກະຕິ,
ຈັດຕັ້ງວິຊາສະເພາະລົງກວດກາ
ແລະ
ເກັບກໍາສະຖິຕິອາ
ວຸດປືນ
ແລະ
ລູກປືນຂອງພະນັກງານ,
ນັກທຸລະກິດ
ແລະ
ພະນັກງານຢູ່ພາຍໃນເມືອງ
ໄດ້
60
ກວ່າ
ກະບອກ,
ພ້ອມ
ນີ້ກອງປະຊຸມຍັງໄດ້ເຜີຍແຜ່ເຊື່ອມຊຶມດໍາລັດຂອງນາຍົກລັດຖະມົນຕີ
ສະບັບເລກທີ
93
ວ່າດ້ວຍການຈັດຕັ້ງ
ແລະ
ເຄື່ອນໄຫວຂອງກໍາລັງກອງຫຼອນ,
ປກສ
ບ້ານ,
ປກສ
ກຸ່ມບ້ານ,
ກໍາລັງ
ປ້ອງກັນພາຍໃນ
ແລະ
ກໍາລັງປ້ອງ
ກັນຕົວ,
ຂໍ້ຕົກລົງຂອງ
ທ່ານເຈົ້າ
ເມືອງ
ສະບັບເລກທີ
881/ຈມ.ກທ
ວ່າດ້ວຍການແຕ່ງຕັ້ງໜ່ວຍງານປ້ອງກັນສໍານັກງານ-ອົງການ
ອ້ອມຂ້າງເມືອງ.
ໂອກາດດັ່ງກ່າວ
ທ່ານ
ອໍາຄາ
ລັດສະໝີ
ໄດ້ເນັ້ນໃຫ້ແຕ່ລະພາກສ່ວນເອົາໃຈໃສ່ຕິດຕາມ,
ກວດກາເກັບກໍາ
ສະພາບຂອງສໍານັກງານ-ອົງການ,
ພະນັກງານ-ລັດຖະກອນ
ຢູ່ພາຍໃນເມືອງໃຫ້ຕໍ່ເນື່ອງ,
ສົມທົບກັບບັນດາໜ່ວຍ
ປ້ອງກັນພາຍໃນຂອງຫ້ອງການອ້ອມຂ້າງເມືອງ
ເອົາໃຈໃສ່ປ້ອງກັນເວນຍາມ
ແລະ
ຕິດຕາມກວດກາກໍາແໜ້ນດ້ານ
ແນວຄິດ
ແລະ
ການເຄື່ອນໄຫວຂອງພະນັກງານ-ລັດຖະກອນ
ເພື່ອຕ້ານ
ແລະ
ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ
ທີ່ອາດຈະເກີດຂຶ້ນໃຫ້ທັນເວລາ,
ທັງຮັບປະກັນໃຫ້ບັນດາຈຸດທີ່ຕັ້ງເສດຖະກິດທີ່ສໍາຄັນຂອງເມືອງ,
ສໍານັກງານອົງ
ການຂອງພັກ-ລັດ
ມີຄວາມສະຫງົບ-ປອດໄພຢ່າງໜັກແໜ້ນ.
|