ຜ່ານແຜນເຄື່ອນໄຫວໂຄສະນາປະດັບປະດາ-ປາຖະກະຖາວັນສ້າງຕັ້ງກໍາລັງ
ປກສ ຄົບຮອບ 60 ປີ

ກະຊວງ ປກສ ໄດ້ຜ່ານແຜນການເຄື່ອນໄຫວໂຄສະນາປະດັບປະດາ-ປາຖະກະຖາ
ແລະ ດໍາເນີນຊີວິດການ
ເມືອງ ໃນໂອກາດວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ
ຄົບຮອບ 60 ( 5 ເມສາ 1961-5 ເມສາ 2021 ) ໃນວັນທີ 17 ພະຈິກ 2020
ເປັນປະທານໂດຍ ພົຕ ວັນທອງ ກອງມະນີ ຮອງເລຂາຄະນະພັກກະຊວງ ຫົວໜ້າກົມໃຫຍ່ການເມືອງ
ປກສ ທັງເປັນຫົວໜ້າອະນຸກໍາມະການໂຄສະນາປາຖະກະຖາ ແລະ
ດໍາເນີນການຊີວິດ
ການເມືອງ,
ມີຕາງໜ້າກົມກອງອ້ອມຂ້າງກະຊວງ, ອະນຸກໍາມະການ ແລະ
ຄະນະຮັບຜິດຊອບເຂົ້າຮ່ວມ.
ພັອ ສອນພະຈັນ ທໍາມະວົງ ຫົວໜ້າກົມໂຄສະນາອົມຮົມ
ກົມໃຫຍ່ການເມືອງ ປກສ ທັງເປັນຄະນະອະນຸ
ກໍາມະການໂຄສະນາປາຖະກະຖາ ແລະ ດໍາເນີນການຊີວິດການເມືອງ ໄດ້ຜ່ານແຜນການດັ່ງກ່າວໃຫ້ຮູ້ວ່າ:
ເນື້ອໃນ
ໂຄສະນາ-ປາຖະກະຖາ
ແລະ ດໍາເນີນຊີວິດການເມືອງ ແມ່ນການປົກປັກຮັກສາ ແລະ ເສີມຂະຫຍາຍທາດແທ້-ມູນ
ເຊື້ອອັນສະຫງ່າງາມຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ
ຄົບຮອບ
60
ປີ ພາຍໃຕ້ການນໍາພາໂດຍກົງ,
ເດັດ
ຂາດ ແລະ ຮອບດ້ານຂອງພັກປະຊາຊົນປະຕິວັດລາວ; ໂດຍມີການນຳເອົາເອກະສານສຳຄັນມາເຜີຍ
ແຜ່ປາຖະກະຖາ
ເຊັ່ນ:
ເອກະສານສຶກສາອົບຮົມ
ກ່ຽວກັບວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ
60
ປີ ໂດຍຕິດພັນກັບບັນດາເຫດການທາງປະຫວັດສາດ ແລະ
ການແກ້ໄຂລາຍຄະດີໃຫຍ່ໆ ທີ່ຜູ້ປາຖະກະຖາໄດ້ເຂົ້າຮ່ວມ
ຕົວຈິງ ຫຼື ເກັບກໍາຂໍ້ມູນໄດ້ຢ່າງລະອຽດ; ເອກະສານຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທໍາປະຕິວັດຂອງພະນັກງານ-ນັກ
ຮົບໃນໄລຍະໃໝ່ ແລະ ເອກະສານປັບປຸງແບບແຜນວິທີເຮັດວຽກ ແລະ
ຍົກສູງຄວາມສາມາດການນໍາພາຂອງຄະນະ
ພັກ.
ນອກນັ້ນ,
ຍັງຈະໂຄສະນາປຸກລະດົມຂະບວນການປະດັບປະດາຕິດທຸງທິວ,
ທຸງຢ່ອນ,
ປ້າຍຄໍາຂວັນ,
ປ້າຍປາ
ໂນ-ບິວບອດ-ເອເລັກໂຕຼນິກ (ປ້າຍໄຟຟ້າຕົວໜັງສືເລື່ອນ ຫຼື
LED)
ຕາມປະຕູໂຂງ,
ອ້ອມຮົ້ວທາງເຂົ້າຕຶກກະຊວງ,
ຫໍພິພິທະພັນຂອງກໍາລັງປ້ອງກັນຄວາມສະຫງົບ,
ສະໂມສອນໃຫຍ່ຂອງກະຊວງ ປກສ ຫຼັງໃໝ່,
ຕາມຖະໜົນສາຍຫຼັກ ແລະ
ຈຸດສໍາຄັນຕ່າງໆໃນນະຄອນຫຼວງວຽງຈັນເລີ່ມແຕ່ເດືອນມີນາປີ
2021;
ປະສານສົມທົບກັບພາກສ່ວນທີ່ກ່ຽວ
ຂ້ອງ ເພື່ອອໍານວຍຄວາມສະດວກໃຫ້ແກ່ວຽກງານໂຄສະນາປະດັບປະດາ-ປຸກລະດົມຂະບວນການປະກອບສ່ວນ
ຊຸກຍູ້
ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ
ຄົບຮອບ
60
ປີ ໃຫ້ກວ້າງຂວາງ ແລະ ຟົດຟື້ນ; ຈັດຕັ້ງໂຄສະນາ-ປາຖະກະຖາຢູ່ກະຊວງ
ປກສ ຈໍານວນ
1
ຄັ້ງ; ດໍາເນີນຊີວິດການເມືອງຢູ່ກົມກອງ
ອ້ອມຂ້າງກະຊວງ
2
ຊຸດ ແລະ ປກສ ແຂວງ-ນະຄອນຫຼວງ
2
ຊຸດ; ເຮັດຄໍາສັ່ງແນະນໍາຂອງກົມໃຫຍ່ການເມືອງ ປກສ
ວ່າດ້ວຍການຈັດຕັ້ງຜັນຂະຫຍາຍໃຫ້ກວ້າງຂວາງ,
ເລິກເຊິ່ງໃນຂອບເຂດທົ່ວປະເທດ.
ພ້ອມນີ້
ຍັງໄດ້ຜ່ານແຜນງົບປະມານໃນການເຄື່ອນໄຫວໂຄສະນາປະດັບປະດາ-ປາຖະກະຖາ
ແລະ ດໍາເນີນ
ຊີວິດການເມືອງຕື່ມອີກ.
|