ປິດຂະບວນການແຂ່ງຂັນກິລາ ອ້ອມຂ້າງກະຊວງ

ຂະບວນການແຂ່ງຂັນກິລາ ອ້ອມຂ້າງຂ້າງກະຊວງ ປກສ
ຂໍ່ານັບຮັບຕ້ອນວັນສ້າງຕັ້ງກຳລັງປ້ອງກັນຄວາມ
ສະຫງົບ ຄົບຮອບ 60 ປີ ( 5 ເມສາ 1961-5 ເມສາ 2021 )
ປິດລົງຢ່າງເປັນທາງການໃນວັນທີ 19 ມີນາ 2021 ເຂົ້າຮ່ວມ ແລະ
ມອບຂັນລາງວັນໂດຍ ພົຈວ ຄໍາສາຍ ຈັນທະວົງ
ຮອງຫົວໜ້າກົມໃຫຍ່ການເມືອງ ຮອງຄະນະຮັບ
ຜິດຊອບອະນຸກຳມະການຂະບວນການ ແລະ ແຂ່ງຂັນກິລາ ກະຊວງ ປກສ,
ມີບັນດາຄະນະນຳກະຊວງ, ຄະນະກົມ-ກອງອ້ອມຂ້າງກະຊວງ,
ຄະນະຮັບຜິດຊອບນັກກິລາ, ພ້ອມດ້ວຍນັກກິລາ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ພັທ ນາງ ໄລທອງ ໄຊຍະສອນ ຮອງອະນຸກຳມະການຂະບວນການຈັດການແຂ່ງຂັນກິລາ
ກ່າວວ່າ: ການ
ແຂ່ງຂັນກິລາໃນຄັ້ັ້ງນີ້ແມ່ນເລີ່ມເປີດການແຂ່ງຂັນມາແຕ່ວັນທີ 17
ມີນາ ເປັນຕົ້ນມາ ໂດຍມີບັນດາກົມກອງອ້ອມ
ຂ້າງກະຊວງ ແລະ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ເຂົ້າຮ່ວມແຂ່ງຂັນ
ຜ່ານການແຂ່ງຂັນກິລາແຕ່ລະ
ປະເພດ ຜົນປະກົດວ່າ ກິລາບານເຕະຊາວໜຸ່ມທົ່ວໄປຊະນະເລີດໄດ້ແກ່ກົມ
504, ຮອງຊະນະເລີດ ຫ້ອງວ່າການ
ກະຊວງ, ອັນດັບ 3 ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແລະ
ລາງວັນຊົມເຊີຍ ກົມຕໍາຫຼວດຄຸມຂັງ-ດັດສ້າງ; ກິລາບານສົ່ງຊາຍ
ຊະນະເລີດໄດ້ແກ່ ກົມຕໍາຫຼວດຄຸມຂັງ-ດັດສ້າງ, ຮອງຊະນະເລີດ ວສປ,
ອັນດັບ 3 ວຕປ; ບານສົ່ງຍິງຊະນະເລີດໄດ້ແກ່ ກົມໃຫຍ່ການເມືອງ ປກສ,
ຮອງຊະນະເລີດ ວຕປ, ອັນດັບ 3 ກົມຕໍາຫຼວດຄຸມຂັງ-ດັດສ້າງ
ລາງວັນຊົມເຊີຍ ກົມໃຫຍ່ພະລາທິການ; ກິລາກະຕໍ່ທີມດ່ຽວຊາຍທົ່ວໄປ
ຊະນະເລີດໄດ້ແກ່ທິມກົມໃຫຍ່
ການເມືອງ
ປກສ, ຮອງຊະນະເລີດກົມ 504, ອັນດັບ 3
ກົມຕໍາຫຼວດຄຸມຂັັັັັັັັັັັັັັັັັັັັັັັັັັັັັັັັັັັັັງ-ດັດສ້າງ
ແລະ ລາງວັນຊົມເຊີຍ ກອງບັນຊາການ
ປກສ ນະຄອນຫຼວງວຽງຈັນ.
ສ່ວນກິລາເປຕັງຄູ່ຍິງຊະນະເລີດໄດ້ແກ ກົມໃຫຍ່ການເມືອງ ປກສ,
ຮອງຊະນະເລີດ ກອງບັນຊາການປ້ອງ
ກັນສູນກາງ, ອັນດັບ 3 ກອງບັນຊາການປ້ອງກັນທີ່ຕັ້ງ ແລະ
ລາງວັນຊົມເຊີຍ ວຕປ, ປະເພດຄູ່ຊາຍຊະນະເລີດໄດ້ແກ່ ວຕປ,
ຮອງຊະນະເລີດ ວສປ, ອັນດັບ 3 ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ,
ລາງວັນຊົມເຊີຍ ກົມສື່ສານ, ປະເພດຊຸດຍິງຊະນະເລີດໄດ້ແກ່ ວຕປ,
ຮອງຊະນະເລີດ ຫ້ອງວ່າການກະຊວງ, ອັນດັບ 3
ກົມຕໍາຫຼວດຄຸມຂັງ-ດັດສ້າງ ແລະ ລາງວັນຊົມເຊີຍ
ກອງບັນຊາການປ້ອງກັນສູນກາງ, ປະເພດຊຸດຊາຍຊະນະເລີດໄດ້ແກ່ ວສປ,
ຮອງຊະ
ນະເລີດ
ກົມ 504, ອັນດັບ 3 ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ,
ລາງວັນຊົມເຊີຍ ກົມຕໍາຫຼວດຄຸມຂັງ-ດັດສ້າງ;
ກິລາວິຊາສະເພາະນຸ່ງເຄື່ອງແບບໄວ-ມ້າງ ແລະ ປະກອບປືນອາກ້າ
ປະເພດຊາຍຊະນະເລີດໄດ້ແກ່ ວສປ, ຮອງຊະນະເລີດ ກົມໃຫຍ່ພະລາທິການ
ໜ່ວຍ, ອັນດັບ 3 ກົມຕໍາຫຼວດຄຸມຂັງ-ດັດສ້າງ,
ປະເພດຍິງຊະນະເລີດໄດ້ແກ່ ກົມໃຫຍ່ພະລາທິການ, ຮອງຊະນະເລີດ
ກົມສື່ສານ ແລະ ອັນດັບ 3 ວສປ.
|