
ໃນອາທິດຜ່ານມາ,
ກອງບັນຊາການ
ປກສ
ແຂວງວຽງຈັນ
ໄດ້ຈັດພິທີມອບໃບຢັ້ງຢືນໃຫ້
16
ໜ່ວຍພັກທີ່
ໄດ້ຮັບຮອງເປັນໜ່ວຍພັກປອດໃສເຂັ້ມແຂງ
ໜັກແໜ້ນ
ປະຈຳປີ
2019,
ເປັນປະທານໂດຍສະຫາຍ
ພົຈວ
ປອ
ທອງ
ເຄນ
ບຸນໝັ້ນ
ຄະນະປະຈຳພັກແຂວງ
ເລຂາຄະນະພັກ
ຫົວໜ້າກອງບັນຊາການ
ປກສ
ແຂວງ,
ມີບັນດາຄະນະພັກ
ກອງບັນຊາການ
ປກສ
ແຂວງ,
ຄະນະພັກຮາກຖານ,
ຄະນະໜ່ວຍພັກບັນດາຫ້ອງ,
ກອງພັນ,
ຄ້າຍຄຸມຂັງ-ດັດສ້າງ,
ແຂກຮັບເຊີນພ້ອມດ້ວຍສະມາຊິກພັກເຂົ້າຮ່ວມ.
ສະຫາຍ
ພັທ
ຄຳແຝງ
ສີມູນ
ເລຂາຄະນະພັກຮາກຖານ
ຫົວໜ້າຫ້ອງການເມືອງ
ປກສ
ແຂວງ
ໄດ້ຜ່ານມະຕິ
ຕົກລົງ
ສະບັບເລກທີ
291/ຄປພ.ວຈ
ວ່າດ້ວຍການຮັບຮອງເອົາໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ
ປະຈຳປີ
2019
ເຊິ່ງຄະນະປະຈຳພັກແຂວງ
ໄດ້ຕົກລົງຮັບຮອງເອົາ
16
ໜ່ວຍພັກເປັນໜ່ວຍພັກປອດໃສ,
ເຂັ້ມແຂງ,
ໜັກ
ແໜ້ນ
ປະຈຳປີ
2019;
ໃນນີ້ມີໜ່ວຍພັກພະແນກຈັດຕັ້ງ-ນະໂຍບາຍໜ່ວຍພັກພະແນກບໍລິຫານ-ໂຄສະນາ,
ໜ່ວຍ
ພັກພະແນກພັກ-ກວດກາປ້ອງກັນກຳລັງ,
ໜ່ວຍພັກພະແນກ
200,
ໜ່ວຍພັກພະແນກ
208,
ໜ່ວຍພັກພະແນກ
201-203,
ໜ່ວຍພັກພະແນກ
210,
ໜ່ວຍພັກພະແນກຕໍາຫຼວດສິ່ງແວດລ້ອມ,
ໜ່ວຍພັກພະແນກສະກັດກັ້ນ
ແລະ
ຕ້ານການຄ້າມະນຸດ,
ໜ່ວຍພັກພະແນກກວດກາ
ແລະ
ຄວບຄຸມຢາເສບຕິດ,
ໜ່ວຍພັກພະແນກຈະລາຈອນ,
ໜ່ວຍພັກພະແນກສະກັດກັ້ນ
ແລະ
ຕ້ານອັກຄີໄພ,
ໜ່ວຍພັກພະແນກສືບສວນ-ສອບສວນ,
ໜ່ວຍພັກສືບຂ່າວ,
ໜ່ວຍພັກຮາກຖານຫ້ອງການ
ກອງບັນຊາການ
ແລະ
ໜ່ວຍພັກຮາກຖານຫ້ອງ
504.
ໃນຊຸມປີຜ່ານມາ,
ສະຫາຍສະມາຊິກພັກທັງ
16
ໜ່ວຍ
ແມ່ນໄດ້ເຊື່ອມຊຶມເອກະສານແນວທາງການເມືອງ,
ຄຸນ
ສົມບັດສິນທຳປະຕິວັດ,
ມີຄວາມຮູ້ຄວາມສາມາດ,
ມີສະຕິລະວັງຕົວ,
ມີຄວາມຈົງຮັກພັກດີ,
ມີຄວາມສັດ
ຊື່ບໍລິສຸດ
ດຳລົງຊີວິດປອດໃສບໍ່ຄອນແຄນຕໍ່ວຽກງານ,
ມີສະຕິຕໍ່ການຈັດຕັ້ງ,
ມີລະບຽບວິໃນ,
ມີຄວາມຮັບຜິດຊອບສູງຍອມ
ເສຍສະຫຼະເພື່ອຊາດ
ເຮັດສຳເລັດໜ້າທີ່
ທີ່ການຈັດຕັ້ງມອບໜາຍໃຫ້ຜ່ານການປະເມີນຜົນເຫັນວ່າໜ່ວຍພັກທັງ
16
ໜ່ວຍພັກແມ່ນຄົບມາດຖານເງື່ອນໄຂ
4
ດ້ານ
ຄື:
ດ້ານການເມືອງ,
ດ້ານແນວຄິດ,
ດ້ານການຈັດຕັ້ງ,
ແບບແຜນ
ວິທີນຳພາ
ແລະ
5
ເນື້ອໃນຄື:
ການເມືອງແນວຄິດ,
ດ້ານວຽກງານວິຊາສະເພາະ,
ການນຳພາປະຕິບັດວຽກງານ
ນະໂຍບາຍ
ແລະ
ແກ້ໄຂຊິວິດການເປັນຢູ່,
ການນຳພາວຽກ
ງານຮັກສາປ້ອງກັນຄວາມສະຫງົບ
ແລະ
ຄວາມເປັນລະ
ບຽບຮຽບຮ້ອຍຢູ່ພາຍໃນກົມກອງ.
|