
ຊຸດຝຶກອົບຮົມວຽກງານຫ້ອງການອ້ອມຂ້າງກົມໃຫຍ່ການເມືອງ
ກະຊວງ
ປກສ
ຄັ້ງທີ
II
ໄດ້ສຳເລັດໃນວັນທີ
17
ທັນວາ
2020,
ໂດຍມີ
ພົຈວ
ປອ
ສຸວັນນີ
ສີສຸ
ພາບມີໄຊ
ຮອງຫົວໜ້າກົມໃຫຍ່
ການເມືອງ
ປກສ,
ມີຫົວໜ້າ-ຮອງຫ້ອງການ,
ຫ້ອງ,
ໂຮງຮຽນ,
ພະນັກງານເຮັດວຽກຫ້ອງການເຂົ້າຮ່ວມ.
ພັທ
ສີເພົ້າ
ບຸນບາລິດ
ຮອງຫົວໜ້າຫ້ອງການກົມໃຫຍ່ການ
ເມືອງ
ປກສ
ກ່າວວ່າ:
ຊຸດຝຶກ
ອົບຮົມ
ຄັ້ງນີ້,
ໄດ້ຈັດຂຶ້ນໃນວັນທີ
15-17
ທັນວາ
2020,
ມີນັກສຳມະນາກອນມາຈາກບັນດາກົມ-ກອງ,
ຫ້ອງ,
ໂຮງຮຽນອ້ອມ
ຂ້າງກົມໃຫຍ່ການເມືອງ
ຈໍານວນ
85
ສະຫາຍ
ຍິງ
47
ສະຫາຍ.
ໃນນີ້,
ຂັ້ນກົມຈໍານວນ
16
ສະຫາຍ
ຍິງ
1
ສະຫາຍ,
ຂັ້ນພະແນກ
ແລະ
ວິຊາການ
ຈໍານວນ
69
ສະຫາຍ
ຍິງ
67
ສະຫາຍ,
ມີຄູ-ອາຈານຂຶ້ນ
ຫ້ອງບັນຍາຍ
10
ສະຫາຍ
ຍິງ
1
ສະຫາຍ
ທີ່ມາຈາກກົມໃຫຍ່ພະລາທິການ
ປກສ;
ເຊິ່ງຊຸດຝຶກອົບຮົມໄດ້ຮຽນຮູ້ວຽກງານຄົ້ນຄວ້າ-ສັງ
ລວມ
ແລະ
ຮູບແບບການສ້າງເອກະສານທາງລັດຖະການ,
ວຽກງານຄຸ້ມຄອງເອກະສານ
ແລະ
ຂາເຂົ້າ-ຂາອອກ,
ວຽກງານອຸປະໂພກ,
ວຽກງານຄຸ້ມຄອງພາຫະນະ
ແລະ
ເຕັກນິກ;
ວຽກງານບັນຊີ-ງົບປະມານ;
ວຽກງານຄຸ້ມຄອງ
ຊັບສິນ.
ຜ່ານການຈັດຕັ້ງຝຶກອົບຮົມ
ເຫັນວ່າຊຸດຝືກອົບຮົມເຕັມໄປ
ດ້ວຍບັນຍາກາດທີ່ຟົດຟື້ນ,
ບົນພື້ນຖານຮັກສາໄດ້
ຄວາມສາມັກຄີ,
ຄູ-ອາຈານໄດ້ເອົາໃຈໃສ່ຂຶ້ນຫ້ອງບັນຍາຍດ້ວຍຄວາມຮັບຜິດຊອບສູງ,
ນັກສໍາມະນາກອນກໍໄດ້ຍົກ
ສູງສະຕິຄວາມຮັບຜິດຊອບທາງດ້ານການເມືອງ,
ສະຕິປັນຍາເຂົ້າ
ໃນການຄົ້ນຄວ້າປະກອບຄຳຄິດ,
ຄຳເຫັນ,
ແລກ
ປ່ຽນ
ແລະ
ປະສົບການເຮັດໃຫ້ຊຸດຝຶກອົບຮົມຄັ້ງນີ້
ບັນລຸຕາມຈຸດປະສົງຄາດໝາຍທີ່ວາງໄວ້
ແລະ
ນັກສໍາມະນາ
ມີຄວາມພ້ອມເປັນເສນາທິການໃນການຄົ້ນຄວ້າ,
ວາງແຜນການ,
ຈັດຕັ້ງປະຕິບັດແນວທາງ,
ນະໂຍບາຍ,
ມະຕິ
,
ຄໍາ
ສັ່ງຕ່າງໆຂອງພັກ-ລັດ
ວາງອອກໃນແຕ່ລະໄລຍະ,
ພ້ອມທັງຕີລາຄາ,
ກວດກາ
ແລະ
ສະຫຼຸບ
ລາຍງານວຽກງານຕ່າງໆ,
ເປັນໃຈກາງໃນການປະສານງານລະຫວ່າງອົງການຈັດຕັ້ງຕ່າງໆທີ່ກ່ຽວຂ້ອງ
ໃນພາລະກິດປົກປັກຮັກສາ
ແລະ
ສ້າງສາ
ພັດທະນາກົມກອງໃຫ້ມີ
ປະສິດທິຜົນດີຂຶ້ນ.
|