ລມຕ
ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາໜ້າທີ່ຂອງເອກອັກຄະລັດຖະທູດອົດສະຕາລີ

ໃນວັນທີ 26 ຕຸລາ 2020, ພົທ ວິໄລ ຫຼ້າຄໍາຟອງ
ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາໜ້າທີ່ຂອງທ່ານ
ເຈນ-ເບີໜາດ ຄາລາໂຊ ເອກອັກຄະລັດຖະທູດ
ຜູ້ມີ
ອໍານາດເຕັມຂອງອົດສະຕາລີປະຈໍາ
ສປປ ລາວ ແລະ ການເຂົ້າຢ້ຽມຂໍ່ານັບໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງເປັນ
ເອກອັກຄະລັດຖະທູດຜູ້ມີອຳນາດເຕັມຂອງກຳປູເຈຍ ປະຈຳລາວຄົນໃໝ່.
ການເຂົ້າຢ້ຽມຂໍ່ານັບຄັ້ງນີ້, ທ່ານ ເຈນ-ເບີໜາດ ຄາລາໂຊ ໄດ້ສະແດງຄວາມຂອບໃຈມາຍັງທ່ານລັດ
ຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ
ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ກ່າວວ່າ: ສາຍພົວ
ພັນຂອງສອງປະເທດເວົ້າລວມ, ເວົ້າສະເພາະແມ່ນສອງກະຊວງປ້ອງກັນຄວາມສະຫງົບ
ອົດສະຕາລີ ແລະ ສປປ ລາວ ແມ່ນໄດ້ມີສາຍພົວພັນອັນແໜ້ນແຟ້ນ ແລະ
ຮ່ວມມືກັນຫຼາຍດ້ານເປັນຕົ້ນວຽກງານປາບປາມ ແລະ ຄວບຄຸ້ມຢາ
ເສບຕິດ, ວຽກງານການຮ່ວມມືແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນ ແລະ ກັນ
ແລະ ອື່ນໆ ໂດຍສະເພາະແມ່ນ ວຽກງານກວດຄົນເຂົ້າ-ອອກເມືອງ ເຊິ່ງມີຄວາມຫ້າວຫັນ
ແລະ ເຂັ້ມແຂງຫຼາຍໂດຍສະເພາະໄລຍະການລະບາດຂອງ
ພະຍາດໂຄວິດ-19 ເຊິ່ງເຮັດໃຫ້ ສປປ ລາວ ມີຜູ້ຕິດເຊື້ອໜ້ອຍ ແລະ
ປອດໄພຈາກພະຍາດດັ່ງກ່າວ.
ໂອກາດນີ້, ທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ
ກໍໄດ້ສະແດງຄວາມຍ້ອງຍໍ
ຊົມເຊີຍຕໍ່ຜົນງານຂອງການປະຕິບັດວຽກງານຂອງທ່ານ
ເອກອັກຄະລັດຖະທູດຜູ້ມີອໍານາດເຕັມຂອງອົດສະຕາລີ ປະຈໍາ ສປປ ລາວ
ທີ່ໄດ້ປະຕິບັດໃນໄລຍະຜ່ານມາເຊິ່ງມີຜົນສໍາເລັດຫຼາຍດ້ານໂດຍສະເພາະແມ່ນການຊ່ວຍເຫຼືອ
ແລະ ຮ່ວມມືກັນທາງດ້ານວຽກງານປ້ອງກັນຄວາມສະຫງົບຂອງສອງປະເທດ
ອົດສະຕາລີ-ລາວ, ລາວ-ອົດສະຕາລີ ແລະ
ອວຍພອນໄຊມາຍັງທ່ານເດີນທາງກັບປະເທດດ້ວຍຄວາມສະຫວັດດີພາບ,
ມີຄວາມຜາສຸກໃນຊີວິດສ່ວນຕົວ, ຄອບ
ຄົວ ແລະ
ສືບຕໍ່ປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍອັນໃໝ່ທີ່ມີກຽດ
ອັນສະຫງ່າຂອງສະຫາຍໃຫ້ຈະເລີນ
ກ້າວໜ້າຍິ່ງໆຂຶ້ນ.
ຫຼັງຈາກນັ້ນ ທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ
ລາວ ກໍໄດ້
ໃຫ້ການຕ້ອນຮັບ
ການຢ້ຽມຂໍ່ານັບຂອງທ່ານ ນາງ ທອງ ໂສກູນເທບຣີ ເນື່ອງໃນໂອກາດທີ່ທ່ານມາຮັບຕໍາແໜງເປັນ
ເອກອັກຄະ
ລັດຖະທູດຜູ້ມີອໍານາດເຕັມຂອງກໍາປູເຈຍ ປະຈໍາ ສປປ ລາວ ຜູ້ໃໝ່, ເຊິ່ງການເຂົ້າຢ້ຽມທັງສອງຝ່ານກໍໄດ້ລາຍງານ
ສະພາບການປະຕິບັດວຽກງານຂອງສອງປະເທດໂດຍສະເພາະແມ່ນ
ວຽກງານປ້ອງກັນຄວາມສະຫງົບເຊິ່ງທັງສອງ
ຝ່າຍໄດ້ປຶກສາຫາລືແລກປ່ຽນບົດຮຽນເຊິ່ງກັນ ແລະ
ກັນຢ່າງກົງໄປກົງມາຕໍ່ກັບການຈັດຕັ້ງປະຕິບັດວຽກງານສະກັດ
ກັ້ນ-ແກ້ໄຂປະກົດການຫຍໍ້ຕາມຊາຍແດນເປັນຕົ້ນ:
ການລັກລອບຄ້າຂາຍຢາເສດຕິດ, ລັກລອບເຂົ້າ-ອອກເມືອງ
ຜິດກົດໝາຍ, ການຄ້າຂາຍເຖື້ອນ, ຄ້າມະນຸດ ແລະ ສິ່ງຜິດກົດໝາຍອື່ນໆ
ແລະ ຍັງໄດ້ພ້ອມວາງທິດທາງຮ່ວມມື
ກັນໃນການສະກັດກັ້ນ ແລະ ແກ້ໄຂບັນຫາດັ່ງກ່າວນີ້ໃຫ້ຫຼຸດລົງເທື່ອລະກ້າວ.
|