ພິທີປະກາດການແຕ່ງຕັ້ງປະທານຄະນະກຳມະການປກຊ-ປກສ ແຂວງສາລະວັນ
ຈັດຂຶ້ນວັນທີ 28 ຕຸລາ 2020
ໂດຍມີ ສະຫາຍ ພົທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ
ຄະນະກຳມະການປ້ອງກັນຊາດ-ປ້ອງກັນ
ຄວາມສະຫງົບ
ສູນກາງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ໂພໄຊ ໄຊຍະສອນ
ຮັກສາການ
ເຈົ້າ
ແຂວງສາລະວັນ,
ມີຄະນະກຳມະການປກຊ-ປກສແຂວງ ພ້ອມດ້ວຍບັນດາພະແນກການອ້ອມຂ້າງແຂວງ
ເຂົ້າຮ່ວມ.
ໂອກາດນີ້ ພົຕ ສະຫວ່າງໄຊ ສິນນະວົງ ຫົວໜ້າຫ້ອງການ
ຄະນະກຳມະການປກຊ-ປກສສູນກາງ ໄດ້ຜ່ານ
ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ເລກທີ 161/ຄລສພ,ລົງວັນທີ
29 ກັນຍາ 2020 ວ່າດ້ວຍ
ການແຕ່ງຕັ້ງປະທານ-ຄະນະກຳມະການ ປກຊ-ປກສ ແຂວງສາລະວັນ; ໃນນີ້ໄດ້ຕົກລົງແຕ່ງຕັ້ງທ່ານ
ໂພໄຊ ໄຊຍະ
ສອນ ກຳມະການສຳຮອງສູນກາງພັກ ເລຂາພັກແຂວງ,ຮັກສາການເຈົ້າແຂວງສາລະວັນ
ເປັນປະທານຄະນະກຳມະການ
ປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ.
ໂອກາດນີ້, ພົທ ວິໄລ ຫຼ້າຄຳຟອງ ໄດ້ສະແດງຄໍາຍ້ອງຍໍຊົມເຊີຍຕໍ່ສະຫາຍທີ່ໄດ້ຮັບການແຕ່ງຕັ້ງຂັ້ນນໍາພາ-ບັນຊາວຽກງານ
ປກຊ-ປກສ
ຂອງທ້ອງຖິ່ນນີ້ກໍແມ່ນການໄດ້ຮັບຄວາມໄວ້ເນື້ອເຊື້ອໃຈຈາກອົງການຈັດຕັ້ງພັກ-ລັດ,
ພະນັກງານ ແລະ
ປະຊາຊົນໄດ້ມອບໝາຍພາລະກິດອັນມີກຽດສະຫງ່າແລະໜັກໜ່ວງໃຫ້;
ພ້ອມທັງເນັ້ນໃຫ້ສືບຕໍ່ຊີ້
ນໍາໆພາວຽກງານ ປກຊ-ປກສ,
ການພັດທະນາເສດຖະກິດ,ວັດທະນາທໍາ-ສັງຄົມໃຫ້ກ້າວໄກຢ່າງບໍ່ຢຸດຢັ້ງ.
ໂອກາດ
ດັ່ງກ່າວທ່ານຍັງໄດ້ເນັ້ນໜັກຕໍ່ພະນັກງານນໍາພາ-ບັນຊາຂັ້ນທ້ອງຖິ່ນ,ຄະນະກຳມະການ
ປກຊ-ປກສ
ແຂວງ,ບັນດາຫົວໜ້າແລະຮອງພະແນກການອ້ອມຂ້າງແຂວງ
ຈົ່ງພ້ອມກັນເປັນເຈົ້າການຮ່ວມມືດ້ານວຽກງານປກຊ-ປກສ
ເປັນວຽກສໍາຄັນອັນດັບໜຶ່ງ ເພື່ອຕ້ານແລະສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆເຊັ່ນ:
ບັນຫາມົ້ວສຸມ-ຄ້າຂາຍ
ຢາເສບຕິດ,
ລັກຊັບ,ສໍ້ໂກງຊັບພົນລະເມືອງ,ການເກີດອຸບັດຕິເຫດຕາມທ້ອງຖະໜົນຫຼວງ,
ຄ້າຂາຍເຖື່ອນ,ການເຂົ້າ-ອອກເມືອງບໍ່ຖືກຕ້ອງ,
ການແກ້ໄຂຄົນຕ່າງປະເທດທີ່ມາພັກເຊົາແລະເຄື່ອນໄຫວຜິດກົດໝາຍ,
ແກ້ໄຂບັນຫາໂສເພນີ, ການຄ້າມະນຸດໃຫ້ຫຼຸດໜ້ອຍຖອຍລົງເປັນກ້າວໆ.
|