
ກອງບັນຊາການ
ປກສ
ແຂວງ
ເຊກອງ
ໄດ້ຈັດພິທີປະກາດການ
ເລື່ອນຊັ້ນໃຫ້ນາຍຕຳຫຼວດຜູ້ທີ່ມີຜົນງານ
ແລະ
ມາດຖານເງື່ອນໄຂຄົບຖ້ວນ
ໃນວັນທີ
4
ທັນວາ
2020
ເປັນປະທານໂດຍ
ພົຈວ
ສົມໄຊ
ພູລະຄຳມະນີ
ຫົວໜ້າ
ກອງບັນຊາການ
ປກສ
ແຂວງ
ເຊກອງ,
ມີຄະນະພັກ-ຄະນະບັນຊາ,
ຫົວໜ້າຫ້ອງ-ຮອງຫ້ອງ,
ກອງ
ແລະ
4
ກອງບັນ
ຊາການ
ປກສ
ເມືອງ
ເຂົ້າຮ່ວມ.
ພັທ
ພອນວິຈິດ
ກີບເກສອນ
ຮອງຫົວໜ້າຫ້ອງການເມືອງ
ປກສ
ແຂວງເຊກອງ
ໄດ້ຜ່ານຂໍ້ຕົກລົງຂອງລັດ
ຖະມົນຕີກະຊວງປ້ອງກັນຄວາມສະຫງົບ
ສະບັບເລກທີ
3119/ປກສ
ແລະ
ເລກທີ
3120/
ປກສ,
ເລກທີ
3121/ປກສ,
ລົງວັນທີ
24
ພະຈິກ
2020
ວ່າດ້ວຍການເລື່ອນຊັ້ນໃຫ້
ນາຍຕຳຫຼວດ
ກອງບັນຊາການ
ປກສ
ແຂວງ
ເຊກອງ
ໃນນີ້:
ເລື່ອນ
ຊັ້ນ
ພັນຕີ
ຂຶ້ນ
ພັນໂທ
7
ສະຫາຍ,
ເລື່ອນຊັ້ນ
ຮ້ອຍເອກ
ຂຶ້ນ
ພັນຕີ
16
ສະຫາຍ
ຍິງ
2
ສະຫາຍ,
ເລື່ອນຊັ້ນ
ຮ້ອຍໂທ
ຂຶ້ນ
ຮ້ອຍ
ເອກ
16
ສະຫາຍ,
ໂດຍໃຫ້ກຽດຂຶ້ນປະດັບຊັ້ນໂດຍ
ພົຈວ
ສົມໄຊ
ພູລະຄຳມະນີ.
ໃນໂອກາດດັ່ງກ່າວ,
ພົຈວ
ສົມໄຊ
ພູລະຄຳມະນີ
ຍັງໄດ້ໃຫ້
ກຽດໂອ້ລົມຕໍ່ພິທີ,
ເຊິ່ງທ່ານໄດ້
ກ່າວສະແດງ
ຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານ
ແລະ
ໄຊຊະນະໃນ
ດ້ານຕ່າງໆທີ່ນາຍ
ແລະ
ພົນຕຳຫຼວດຍາດມາໄດ້ຈົນໄດ້ຮັບ
ການເລື່ອນຊັ້ນໃນຄັ້ງນີ້,
ພ້ອມທັງເນັ້ນໃຫ້ພະນັກງານ-ນັກຮົບແຕ່ລະສະຫາຍເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບ
ຕໍ່ໜ້າທີ່ວຽກງານ,
ຍົກສູງຄວາມຮູ້-ຄວາມສາມາດ,
ມີຄວາມສາມາດໃນການຈັດຕັ້ງ-ນຳພາທີ່ເຂັ້ມແຂງ,
ມີແບບ
ແຜນວິທີເຮັດວຽກ,
ສາມາດແກ້ໄຂບັນຫາສະເພາະໜ້າ
ແລະ
ຍາວນານ,
ເດັດດ່ຽວ
ແລະ
ມີປະສິດທີພາບພ້ອມ
ກັນເຮັດສຳເລັດໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.
|