
ພົຕ
ກົງທອງ
ພົງວິຈິດ
ຮອງລັດຖະມົນຕີກະຊວງ
ປກສ
ໄດ້ເນັ້ນໃຫ້ກຳລັງລັດວິສາຫະກິດບໍລິການຄວາມ
ປອດໄພ
(ລປພ)
ໃນຂອບເຂດທົ່ວປະເທດເພີ່ມ
ທະວີຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ຮັກສາຄວາມປອດ
ໄພໃຫ້ມີຄຸນນະພາບ
ເພື່ອຮັບໃຊ້ໃຫ້ແກ່ສັງຄົມກໍຄືການບໍລການລູກຄ້າໃຫ້ມີຄວາມປອດໄພ
100%.
ທ່ານຮອງລັດຖະມົນຕີກະຊວງ
ປກສ
ໄດ້ກ່າວເນັ້ນໃນໂອ
ກາດເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານວິສາຫະກິດ
ຮັກສາຄວາມປອດໄພທົ່ວປະເທດ
ຄັ້ງທີ
V
ທີ່ຈັດຂຶ້ນໃນວັນທີ
17
ທັນວາ
2020 (ມື້ທີ
2)
ໂດຍມີພາກສ່ວນ
ກ່ຽວຂ້ອງເຂົ້າຮ່ວມວ່າ:
ກ່ອນອື່ນຄະນະພັກ-ຄະນະບັນຊາຕ້ອງເອົາໃຈໃສ່ສຶກສາອົບຮົມທັດສະນະແນວຄິດ,
ຄວາມ
ຮັບຮູ້ເຂົ້າ
ໃຈຕໍ່ວຽກງານຮັກສາຄວາມປອດໄພ,
ວຽກງານປ້ອງກັນຄວາມສະຫງົບ,
ພະນັກງານທີ່ເຮັດວຽກງານ
ຕົວຈິງຕ້ອງຈຳແນກ
ໃຫ້ເຫັນອັນຜິດ,
ອັນຖືກ,
ມິດ-ສັດຕູໃຫ້ຈະແຈ້ງ
ແລະ
ເພີ່ມຄວາມຮັບຜິດຊອບໃນການປະຕິ
ບັດໜ້າທີ່ຮັກສາຄວາມປອດໄພ
ໃຫ້ມີຄຸນນະພາບ,
ຕີຖອຍແນວຄິດເອກະຊົນ,
ຂີ້ຄ້ານ-ມັກງ່າຍ,
ຂາດຄວາມເປັນ
ແບບຢ່າງ
ເພື່ອຮັກສາພາບພົດ
ຂອງກໍາລັງຮັກສາຄວາມປອດໄພໃຫ້ດີໃນຕໍ່ໜ້າ.
ຄຽງຄູ່ກັນນັ້ນ,
ຕ້ອງເອົາໃຈໃສ່ຊີ້ນຳ-ບັນຊາກຳລັງຮັກສາຄວາມປອດໄພ
ປະຕິບັດໜ້າທີ່ໃຫ້ມີປະສິດທິພາບ,
ປະ
ສິດທິຜົນ,
ເນັ້ນຄຸນນະພາບເປັນຫຼັກ,
ຢາກເຮັດໄດ້ຕ້ອງໄດ້ປັບປຸງແບບແຜນການບໍລິຫານ,
ບໍລິການໃຫ້ທັນກັບຍຸກ
ສະໄໝ,
ທັນກັບສະພາບຕົວຈິງ,
ເອົາໃຈໃສ່ການຝຶກອົບຮົມວິຊາສະເພາະຮັກສາຄວາມປອດໄພໃຫ້ມີຄວາມຊໍາ
ນິຊຳ
ນານ,
ໜັກແໜ້ນ,
ເຂັ້ມແຂງທຸກດ້ານກຽມພ້ອມຮັບໃຊ້ສັງຄົມ,
ກໍຄືການບໍລິການໃຫ້ມີຄວາມປອດໄພ
100%;
ປັບ
ປຸງການບໍລິຫານ-ບໍລິການຂອງກໍາລັງຮັກສາຄວາມປອດໄພ,
ຂອງແຕ່ລະວິສາຫະກິດໃຫ້ມີຄວາມຄ່ອງຕົວ,
ສ້າງແຮງ
ຈູງໃຈໃຫ້ແກ່ລູກຄ້າຕ້ອງຮັບປະກັນໄດ້
3
ດ້ານຄື:
ຮັບປະກັນທາງດ້ານການເມືອງ
ບໍ່ໃຫ້ກະທົບກັບອໍານາດການປົກ
ຄອງ,
ພໍ່ແມ່ປະຊາຊົນທຸກຄົນ
ໃຫ້ເຂົາເຈົ້າ,
ປຸກລະດົມເຈົ້າເປັນຫູເປັນຕາປະກອບສ່ວນເຂົ້າໃນການເຄື່ອນ
ໄຫວວຽກ
ງານຮັກສາຄວາມປອດໄພ;
ຮັບປະກັນທາງດ້ານລະບຽບກົດໝາຍໝາຍ
ຄວາມວ່າການເຄື່ອນໄຫວວຽກງານຮັກສາ
ຄວາມປອດໄພຕ້ອງປະຕິບັດຢ່າງເຄັ່ງຄັດທາງດ້ານຫຼັກການ,
ລະບຽບການ,
ຮັກສາຄວາມປອດໄພຕາມຫຼັກວິຊາສະ
ເພາະທີ່ໄດ້ຜ່ານການ
ຝຶກອົບຮົມທີ່ຖືກຕ້ອງຈາກເຈົ້າໜ້າທີ່ທີ່ກ່ຽວຂ້ອງ,
ທຸກການເຄື່ອນໄຫວຕ້ອງຢູ່ພາຍໃຕ້ລະບຽບ
ກົດໝາຍຂອງລັດ;
ຮັບປະກັນທາງດ້ານວິຊາສະເພາະ,
ກຳລັງຮັກສາຄວາມປອດໄພທີ່ບໍລິການລູກ
ຄ້າຕ້ອງໄດ້ຜ່ານ
ການຝຶກອົບຮົມທາງດ້ານວິຊາສະເພາະໃຫ້ມີຄວາມຊໍານິຊຳນານ
ສາມາດຮັບປະກັນຄວາມປອດໄພ
ໃຫ້ແກ່ລູກຄ້າໄດ້
100%;
ເອົາໃຈໃສ່ຄຸ້ມຄອງ,
ຕິດຕາມ,
ກວດກາ,
ປະເມີນການບໍລິຫານ,
ບໍລິການລູກຄ້າໃຫ້ເປັນປົກກະຕິ
ໂດຍສະ
ເພາະຕໍ່ກັບກໍາລັງຮັກສາຄວາມປອດໄພ
ທີ່ໄປປະຕິບັດໜ້າທີ່ແຕ່ລະຈຸດ,
ພິເສດແມ່ນຈຸດຫໍ່ຼແຫຼມ,
ຫ່າງໄກ,
ໂດດດ່ຽວ
ຕ້ອງໃຫ້ມີແຜນຄັກແນ່
ໃນການຈັດຕັ້ງປະຕິ
ບັດ
ເພື່ອແກ້ໄຂບັນດາບັນຫາທີ່ອາດຈະເກີດຂຶ້ນໃຫ້ທັນເວລາ. |