ສຸມໃສ່ກະກຽມນຳພາສະມາຊິກແມ່ຍິງທົ່ວຫ້ອງວ່າການ ແຂ່ງຂັນປະຕິບັດໜ້າທີ່ຢ່າງຕັ້ງໜ້າ

ພັທ ນາງ ດວງຈິດ ຂັນຊະນະວົງ ປະທານສະຫະພັນແມ່ຍິງຫ້ອງວ່າການ ກະຊວງ
ປກສ ຈະສຸມໃສ່ກະກຽມ
ນຳພາສະມາຊິກແມ່ຍິງທົ່ວຫ້ອງວ່າການ ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານວິຊາສະເພາະ
ຕິດພັນກັບຂະບວນການ
3
ດີ ຢ່າງຕັ້ງໜ້າ ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງ
ກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ
55
ປີ ທີ່ໃກ້
ຈະມາເຖິງນີ້, ບັນລຸຕາມຄາດໝາຍທີ່ໄດ້ວາງໄວ້.
ພັທ ນາງ ດວງຈິດ ຂັນຊະນະວົງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ປກສ ໃນວັນທີ
24
ທັນວາ
2020
ວ່າ: ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງສະຫະພັນແມ່ຍິງກຳລັງປ້ອງກັນຄວາມສະຫງົບ
ຄົບຮອບ
55
ປີ (
9
ມັງກອນ
1966-9
ມັງກອນ
2021)
ແລະ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ
60
ປີ ໃຫ້ມີຄວາມໝາຍສໍາຄັນ
ແລະ ມີບັນຍາກາດຟົດຟື້ນ,
ສະຫະພັນແມ່ຍິງຫ້ອງວ່າການ ຈະສຸມໃສ່ກະກຽມນຳພາສ້າງ
ຂະບວນການແຂ່ງຂັນດ້ານວຽກງານວິຊາສະເພາະຕິດພັນກັບຂະບວນການ
3
ດີ ໃຫ້ໄດ້ຮັບຜົນສໍາເລັດໃນທຸກຂະ
ແໜງການ,
ສຸມໃສ່ແຂ່ງຂັນກັນປະຕິບັດດ້ານລະບຽບວິໄນຂອງກໍາລັບປ້ອງກັນຄວາມສະຫງົບ
ກໍ່ຄືລະບຽບ ແລະ ຮີດຄອງປະເພນີອັນດີງາມ
ທີ່ເປັນມູນເຊື້ອຂອງແມ່ຍິງລາວຢ່າງເຂັ້ມງວດ ແລະ
ກຽມພ້ອມເຂົ້າຮ່ວມຂະບວນການ
ຕ່າງໆ ທີ່ກະຊວງ ກໍຄືຫ້ອງວ່າການກະຊວງ
ຈັດຂຶ້ນໃຫ້ເປັນຂະບວນຟົດຟື້ນ ແລະ ມີຜົນສຳເລັດ.
ໃນໄລຍະຜ່ານມາ,
ສະຫະພັນແມ່ຍິງຫ້ອງວ່າການ ໄດ້ປຸກລະດົມສະມາຊິກແມ່ຍິງຫ້ອງວ່າການ ເອົາໃຈໃສ່
ປະຕິບັດໜ້າທີ່ວິຊາສະເພາະຢ່າງມີສຳເລັດຫຼາຍດ້ານ
ເປັນຕົ້ນແມ່ນຮັບເອກະສານຂາເຂົ້າ-ຂາອອກ ໄດ້
97.158
ສະ
ບັບ,
ພິມໜັງສືສະເໜີ,
ຂໍ້ຕົກລົງ,
ແຈ້ງການຕ່າງໆ ໄດ້
1.510
ສະບັບ,
ຮັບ- ສົ່ງໂທລະເລກ ໄດ້
5.670
ສະບັບ,
ຮັບແຂກພາຍໃນ,
ຕ່າງປະເທດ ແລະ ກອງປະຊຸມຕ່າງໆ ໄດ້
358
ຄັ້ງ,
ກວດພະຍາດ,
ຈ່າຍຢາ,
ແທດຄວາມດັນ ໃຫ້ແກ່ການນໍາກະຊວງ ແລະ ພະນັກງານ ໄດ້
81.523
ຄັ້ງ ແລະ ວຽກງານອື່ນໆປິ່ນອ້ອມຫ້ອງວ່າການ ໄດ້ຮັບ
ຜົນສຳເລັດ. ໂດຍສະເພາະການຊີ້ນໍາ-ນຳພາການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ
3
ດີ ທີ່ສູນກາງສະຫະພັນແມ່ຍິງລາວວາງ
ອອກ ໃນໄລຍະຜ່ານມາສາມາດຍາດໄດ້ຜົນງານຫຼາຍດ້ານ ເປັນຕົ້ນແມ່ຍິງຫ້ອງວ່າການ
ໄດ້ຮັບການຍ້ອງຍໍ ຈາກສູນ
ກາງສະຫະພັນແມ່ຍິງລາວ
ຄື: ຂັ້ນຮາກຖານ ໄດ້ຮັບເປັນຮາກຖານ
3
ດີ ໄດ້ຫຼາຍປີຊ້ອນ,
ຂັ້ນໜ່ວຍ
3
ດີ ໄດ້ທັງໝົດ
7
ໜ່ວຍ ແລະ ບຸກຄົນ
3
ດີ ປະເພດ
l
ມີ
123
ສະຫາຍ,
ປະເພດ
llມີ
1
ສະຫາຍ.
|