ມອບລົດຈັກຍີ່ຫໍ້
KTM 200 CC
ຮັບໃຊ້ວຽກງານປ້ອງກັນຄວາມສະຫງົບ

ບໍລິສັດ ສົມປະສົງ ອອກແບບ ແລະ ກໍ່ສ້າງຄົບວົງຈອນ ຈໍາກັດຜູ້ດຽວ ໄດ້ນໍາເອົາລົດຈັກຍີ່ຫໍ້
KTM
200
CC
ຈໍານວນ 10 ຄັນ ລວມມູນຄ່າ 600.000.000 ກີບ ( ຫົກຮ້ອຍລ້ານກີບ )
ມອບໃຫ້ກະຊວງ ປກສ ເພື່ອ
ປະກອບສ່ວນຮັບໃຊ້ວຽກງານວິຊາສະເພາະ ໃນວັນທີ 5 ກຸມພາ 2021,
ກ່າວມອບໂດຍ ທ່ານ ສົມປາດຖະໜາ ຈັນສີນາ ປະທານບໍລິສັດ ສົມປະສົງ
ອອກແບບ ແລະ ກໍ່ສ້າງຄົບວົງຈອນ ຈໍາກັດຜູ້ດຽວ, ກ່າວຮັບໂດຍ ພົທ
ວິໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງ ປກສ,
ມີຕ່າງໜ້າກົມໃຫຍ່ການເມືອງ ປກສ, ຫ້ອງວ່າການ, ກົມກອງອອ້ມຂ້າງ
ກະຊວງ, ພະນັກງານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.
ທ່ານ ສົມປາດຖະໜາ ຈັນສີນາ ກ່າວວ່າ: ການມອບລົດຈັກຈໍານວນດັ່ງກ່າວ
ໃຫ້ກະຊວງ ປກສ ກໍເພື່ອ
ເປັນການປະກອນສ່ວນອັນສໍາຄັນເຂົ້າຮັບໃຊ້ວຽກງານວິຊາສະເພາະຂອງກໍາລັງ
ປກສ ທາງດ້ານພາຫະນະນໍາໃຊ້
ເຄື່ອນ
ໄຫວວຽກງານ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ທັນເຫດການ.
ພົທ ວິໄລ ຫຼ້າຄໍາຟອງ
ກໍ່ໄດ້ກ່າວສະແດງຄວາມຂອບໃຈມາຍັງບໍລິສັດດັ່ງກ່າວທີ່ໄດ້ນໍາເອົາລົດຈັກຈໍານວນ
ດັ່ງກ່າວນີ້ ມາມອບໃຫ້ກະຊວງ ປກສ ແລະ
ຖືໄດ້ວ່າເປັນການປະກອບສ່ວນອັນສໍາຄັນອີກເທື່ອໜື່ງຂອງບໍລິສັດ
ທີ່ໄດ້ຍອມເສຍສະຫຼະສັບສິນຂອງຕົນເອງປະກອບສ່ວນໃຫ້ກັບປະເທດຊາດ ເວົ້າລວມ,
ເວົ້າສະເພາະ ກໍ່ແມ່ນວຽກ
ງານກະຊວງ
ປກສ. ສະນັ້ນ, ລົດຈັກຈໍານວນດັ່ງກ່າວນີ້,
ແມ່ນຈະໄດ້ນໍາໄປໃຊ້ເຂົ້າໃນວຽກງານວິຊາສະເພາະໃຫ້
ມີຄຸນຄ່າ ແລະ ເກີດຜົນປະໂຫຍດສູງສຸດ. ພ້ອມນັ້ນ ພົທ ວິໄລ
ຫຼ້າຄໍາຟອງ ກໍ່ໄດ້ມອບໃບກຽດຕິຄຸນ ໃຫ້ກັບບໍລິສັດ ສົມປະສົງ ອອກແບບ
ແລະ ກໍ່ສ້າງຄົບວົງຈອນ ຈໍາກັດຜູ້ດຽວ.
|