
ວັນທີ
4
ພະຈິກ
2020
ພັອ
ກົງຈັນ
ໄຊປັນຍາ
ຫົວໜ້າກອງບັນຊາການ
ປກສ
ແຂວງ
ບໍລິຄໍາໄຊ
ພ້ອມດ້ວຍ
ຄະນະ
ໄດ້ລົງເຄື່ອນໄຫວຊີ້ນໍາວຽກງານຢູ່ທີ່ກອງບັນຊາການ
ປກສ
ເມືອງທ່າພະບາດມີຄະນະພັກ,
ຄະນະກອງບັນຊາ
ການ
ປກສ
ເມືອງທ່າພະບາດ,
ພະນັກງານນໍາພາບັນຊາ,
ພ້ອມດ້ວຍພະນັກງານ-ນັກຮົບ
ເຂົ້າຮ່ວມ.
ພັທ
ດວງໄຊ
ຈັນທະວັງໂສ
ກໍາມະການພັກເມືອງ,
ເລຂາຄະນະພັກ,
ຫົວໜ້າກອງບັນຊາການ
ປກສ
ເມືອງ
ທ່າພະບາດ,
ໄດ້ລາຍງານສະພາບການເຄື່ອນໄຫວຊີ້ນໍາ-ນໍາພາ,
ການຈັດຕັ້ງປະຕິບັດວຽກ
ງານປ້ອງກັນຄວາມສະ
ຫງົບທົ່ວ
ປກສ
ເມືອງທ່າພະບາດ
ໃນໄລຍະຜ່ານມາ,
ເຊິ່ງໄດ້ຍົກໃຫ້ເຫັນຂໍ້ສະດວກ,
ຂໍ້ຫຍຸ້ງຍາກໃນການ
ເຄື່ອນ
ໄຫວວຽກງານ,
ສະພາບການຕ່າງໆ
ທີ່ເກີດຂຶ້ນຢູ່ພາຍໃນເມືອງທ່າພະບາດເຊັ່ນ:
ສະພາບກຸ່ມຄົນບໍ່ຫວັງດີທີ່ກໍ່ຄວາມ
ບໍ່ສະຫງົບ,
ການເຄືອນໄຫວຄ້າຂາຍເຖື່ອນ,
ຄ້າຂາຍຢາເສບຕິດ,
ບັນຫາການເກີດອຸບັດຕິເຫດຕາມທ້ອງຖະໜົນ,
ການເເພ່ລະບາດຂອງພະຍາດໂຄວິດ-19
ແລະ
ປະ
ກົດການຍໍ້ທໍ້ຕ່າງໆ,
ຕໍ່ກັບບັນ
ຫາດັ່ງກ່າວຄະນະພັກ,
ຄະນະ
ກອງບັນຊາການ,
ໄດ້ມີຄວາມຕັດສິນໃຈສູງນໍາພາເຄື່ອນໄຫວສະກັດກັ້ນ
ແລະ
ແກ້ໄຂໄດ້ທັນການ
ເຊິ່ງໄດ້ເຮັດໃຫ້
ເມືອງທ່າພະບາດມີຄວາມສະຫງົບທາງດ້ານການເມືອງ,
ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ.
ໂອກາດນີ້,
ພັອ
ກົງຈັນ
ໄຊປັນຍາ
ຫົວໜ້າກອງບັນຊາການ
ປກສ
ແຂວງ
ບໍລິຄໍາໄຊ
ກໍໄດ້ມີຄໍາເຫັນໂອ້ລົມ
ແລະ
ໃຫ້ທິດຊີ້ນໍາຕໍ່ບັນດາຄະນະພັກ-ຄະນະກອງບັນຊາການ
ເອົາໃຈໃສ່ສຶກສາອົບຮົບການເມືອງ-ນໍາພາ
ແນວຄິດ
ໃຫ້ແກ່
ພະນັກງານ-ນັກຮົບ
ຢ່າງເປັນປົກກະຕິຕໍ່ເນື່ຶອງ,
ຍົກສູງຄຸນທາດການເມືອງ,
ຄຸນສົມບັດສິນທໍາປະຕິວັດ,
ມີແບບແຜນ
ນໍາພາ-ແບບແຜນວິທີເຮັດວຽກ
ຢ່າງມີວິທະຍາສາດທີ່ທັນສະໄໝ,
ມີລະບຽບວິໄນເຂັ້ມງວດ,
ຍົກສູງສະຕິຄວາມ
ຮັບຜິດຊອບຕໍ່ໜ້າທີ່ວຽກງານການເມືອງຂອງພັກກໍຄືວຽກງານປ້ອງກັນຄວາມສະຫງົບ
ໃນສະພາບການໃໝ່,
ເພີ່ມທະ
ວີສະກັດກັ້ນ,
ຕ້ານ
ແລະ
ແກ້ໄຂສະພາບປະກົດການຫໍ້ຍທໍ້ໃນສັງຄົມ
ເເນໃສ່ຮັບປະກັນໃຫ້ການເຮັດວຽກງານປ້ອງ
ກັນຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍໃນທົ່ວເມືອງທ່າພະບາດນັບມື້ນັນດີຂຶ້ນເລື້ອຍໆ.
|