ກົມໃຫຍ່ການເມືອງ
ກະຊວງ
ປກສ
ໄດ້ຈັດກິດຈະກໍາປ່ອຍປາ

ກົມໃຫຍ່ການເມືອງ
ກະຊວງ
ປກສ
ໄດ້ຈັດກິດຈະກໍາປ່ອຍປາ
ເພື່ອຂໍ່ານັບຮັບຕ້ອນວັນອະນຸລັກ
ສັດນໍ້າ-ສັດປ່າ
ແຫ່ງຊາດ
( 13
ກໍ
ລະກົດ
)
ໃນວັນທີ
10
ກໍລະກົດ
2020
ທີ່ສູນຮັບຕ້ອນ
ແລະ
ຝຶກອົບຮົມວິຊາສະເພາະກະຊວງ
ປກສ,
ນໍາພາໂດຍ
ພົຕ
ວັນທອງ
ກອງມະນີ
ຫົວໜ້າກົມໃຫຍ່ການ
ເມືອງ
ປກສ,
ພ້ອມດ້ວຍພະນັກ
ງານຫຼັກແຫຼ່ງ
ຈາກກົມ
ກອງອ້ອມ
ຂ້າງກົມໃຫຍ່
ແລະ
ແຂກຮັບເຊີນ
ເຂົ້າຮ່ວມ.
ພັອ
ພອນເພັງ
ຫຼ້າບັນດິດ
ຫົວໜ້າຫ້ອງການກົມໃຫຍ່ການ
ເມືອງ
ປກສ
ກ່າວວ່າ:
ການຈັດ
ກິດຈະກໍາປ່ອຍປ່າ
ເພື່ອຂໍ່ານັບຮັບຕ້ອນ
ວັນອະນຸລັກສັດນໍ້າ-ສັດປ່າ
ແຫ່ງຊາດ
ໃນຄັ້ງນີ້
ເພື່ອເປັນການປູກຈິດສໍານຶກໃຫ້ແກ່ຄົນຮຸ່ນໜຸມ
ເວົ້າລວມ,
ເວົ້າສະເພາະແມ່ນພະນັກງານ-ນັກຮົບໃນກໍາລັງປ້ອງກັນຄວາມສະຫງົບ
ຮູ້ຈັກຄຸ້ມຄອງ
ແລະ
ອະນຸລັກ
ປົກປັກຮັກສາສັດ
ນໍາ-ສັດປ່າ
ທີ່ເປັນຊັບພະຍາກອນທໍາມະຊາດ,
ຮັກສາສິ່ງແວດລ້ອມ,
ຊີວະນາໆພັນ,
ລະບົບນິເວດ
ວິທະຍາ
ໃຫ້ມີຄວາມອຸດົມສົມບູນ
ແລະ
ຍືນຍົງຕະຫຼອດໄປ;
ພ້ອມນີ້
ຍັງເປັນການຈັດຕັ້ງປະຕິບັດ
4
ແຜນງານ
41
ໂຄງການທີ່ກະຊວງ
ປກສ
ວາງອອກ
ເປັນຕົ້ນແມ່ນ
ແຜນງານ
ທີ
3
ຮັບປະກັນດ້ານພະລາທິການໃຫ້ແກ່ການເຄື່ອນໄຫວ
ວິຊາສະເພາະ
ແລະ
ການລ້ຽງດູກໍາລັງຕາມທັດສະນະເພິ່ງຕົນເອງກຸ້ມຕົນເອງ
ແລະ
ສ້າງຄວາມເຂັ້ມແຂງດ້ວຍຕົນເອງ
ຕິດພັນກັບການປະຕິບັດໜ້າທີ່ວິຊາສະເພາະ;
ທັງນີ້ກໍເພື່ອເປັນການຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ
ສຸພານຸ
ວົງ
ຄົບຮອບ
111
ປີ
( 13
ກໍລະກົດ
1909-13
ກໍລະກົດ
2020 ),
ກອງປະ
ຊຸມໃຫຍ່
ຄັ້ງທີ
V
ຂອງອົງຄະນະ
ພັກກະຊວງ
ປກສ
ແລະ
ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ
ຄົບຮອບ
60
ປີ
( 5
ເມສາ
1961-5
ເມສາ
2021 )
ທີ່ຈະມາເຖິງ
ໃຫ້ມີບັນຍາກາດຟົດຟື້ນ.
ປາທີ່ນຳມາປ່ອຍໃນຄັ້ງນີ້
ປະກອບມີປານິນ,
ປາປາກ,
ປາໄນ,
ປາເກັດແລບ
ແລະ
ປາຄໍ່
ຈໍານວນ
28.000
ໂຕ;
ໃນນີ້
ຄອບຄົວ
ທ່ານ
ວາດສະໜາ
ສຸລິຍາ
ປະກອບສ່ວນ
ຊຸກຍູ້ລູກປາ
ຈໍານວນ
5.000
ໂຕ.
|