
ໃນວັນທີ
24-25
ຕຸລາ
2020,
ຢູ່ວິທະຍາຄານການເມືອງ
ຕຳຫຼວດປະຊາຊົນ
ແລະ
ວິທະຍາຄານຕຳຫຼວດ
ປະຊາຊົນ
ສສ
ຫວຽດ
ນາມ
ໄດ້ເປີດກອງປະຊຸມສະຫຼຸບ
ການເຄື່ອນໄຫວວຽກງານການສຶກສາຂອງນັກສຶກສາກຳລັງ
ປ້ອງກັນຄວາມສະຫງົບ
ສປປ
ລາວ
ປະຈຳ
ສົກຮຽນປີ
2019-2020
ແລະ
ວາງທິດທາງແຜນການໃນຕໍ່ໜ້າພ້ອມ
ທັງປະກາດການແຕ່ງຕັ້ງຄະນະຮັບຜິດຊອບນັກສຶກສາຊຸດໃໝ່.
ກອງປະຊຸມດັ່ງກ່າວເຂົ້າຮ່ວມ
ແລະ
ເປັນປະທານໂດຍ
ສະຫາຍ
ພັອ
ໄພວັນ
ສິດທິຈັນ
ຄະນະພັກຮາກຖານ
ສະຖານທູດ,
ຫົວໜ້າອົງການຜູ້ຕາງໜ້າກະຊວງປ້ອງກັນຄວາມສະຫງົບ
ສປປ
ລາວ
ປະຈຳ
ສສ
ຫວຽດນາມ,
ມີບັນດາ
ຄະນະພັກອົງການຜູ້ຕາງໜ້າ,
ຄະນະນັກສຶກສາຕະຫຼອດຮອດນັກສຶກສາກຳລັງປ້ອງກັນຄວາມສະຫງົບ
ສປປ
ລາວ
ທັງ
ສອງວິທະຍາຄານເຂົ້າຮ່ວມ.
ໃນກອງປະຊຸມ,
ຫົວໜ້ານັກ
ສຶກສາກຳລັງປ້ອງກັນຄວາມສະຫງົບ
ສປປ
ລາວ
ວິທະຍາຄານການ
ເມືອງຕຳ
ຫຼວດປະຊາຊົນ
ແລະ
ວິທະຍາຄານຕຳຫຼວດປະຊາຊົນ
ສສ
ຫວຽດນາມ
ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກ
ງານການສຶກສາ
ໃນສົກຮຽນປີ
2019- 2020
ແລະ
ວາງທິດທາງແຜນການໃນຕໍ່ໜ້າ
ໂດຍໄດ້ຍົກໃຫ້ເຫັນ
ດ້ານດີ
ແລະ
ດ້ານອ່ອນຄົງຄ້າງໃນການເຄື່ອນໄຫວຂອງນັກສຶກສາ
ເປັນຕົ້ນແມ່ນດ້ານການສຶກສາຕະຫຼອດໄລຍະສົກຮຽນ
2019-2020.
ນອກນັ້ນ,
ໃນກອງປະຊຸມ
ພັທ
ສັກດາ
ໄຊຍະສົງຄາມ
ຮອງຫົວໜ້າອົງການຜູ້ຕາງໜ້າ
ກະຊວງ
ປ້ອງກັນຄວາມສະຫງົບ
ສປປ
ລາວ
ປະຈຳ
ສສ
ຫວຽດນາມ
ຍັງໄດ້ຜ່ານຂໍ້ຕົກລົງຂອງກົມໃຫ່ຍ
ການເມືອງ
ກະຊວງປ້ອງກັນຄວາມ
ສະຫງົບ
ສະບັບເລກທີ
1442/ກມປສ,
ລົງວັນທີ
21
ເມສາ
2020
ວ່າດ້ວຍການ
ແຕ່ງຕັ້ງຄະນະຮັບຜິດຊອບນັກສຶກສາກຳລັງປ້ອງກັນຄວາມສະຫງົບ
ສປປ
ລາວ
ຊຸດໃໝ່ຂອງທັງສອງວິທະຍາຄານ.
ສະຫາຍ
ພັອ
ໄພວັນ
ສິດທິຈັນ
ໄດ້ໂອ້ລົມຕໍ່ກອງປະຊຸມເຊິ່ງສະຫາຍໄດ້ຍົກໃຫ້ເຫັນເຖິງສະພາບການຂອງໂລກ,
ພາກພື້ນ
ແລະ
ສະພາບການຢູ່
ສປປ
ລາວ.
ພ້ອມດຽວກັນນັ້ນ,
ຍັງໄດ້ເໜັ້ນໜັກໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງເປັນ
ຄະນະຮັບຜິດຊອບນັກສຶກສາຊຸດໃໝ່
ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ,
ເປັນຫຼັກແຫຼ່ງໃນການເຕົ້າໂຮມຄວາມສາມັກຄີຢ່າງໜັກແໜ້ນ,
ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດ
ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ
ເຮັດວຽກເປັນໝູ່ຄະນະ
ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ,
ເອົາໃຈໃສ່
ສືກສາອົບຮົມການເມືອງ
ນຳພາ-ແນວຄິດໃຫ້ນັກສຶກສາທາງດ້ານຄຸນທາດການເມືອງ,
ຄຸນສົມບັດສິນທຳປະຕິວັດ,
ເອົາໃຈໃສ່ປັບປຸງ
ແລະ
ຍົກສູງຄຸນນະພາບໃນການຄຸ້ມຄອງ,
ຕິດຕາມ,
ກວດກາ,
ຊີ້ນຳ-ນຳພາ
ແລະ
ຊຸກຍູ້ນັກສຶກ
ສາທຸກຮຸ້ນໃຫ້ມີຄວາມບຸກບືນ
ຫ້າວຫັນຕັ້ງໜ້າຄົ້ນຄວ້າຮໍ່າຮຽນ
ແລະ
ຝຶກຝົນຫຼ່ໍຫຼອມຕົນເອງ,
ເອົາໃຈໃສ່ປະຕິ
ບັດຂໍ້ກໍານົດກົດລະບຽບຂອງໂຮງຮຽນກໍຄືກົດລະບຽບຂອງກຳລັງປ້ອງກັນຄວາມສະຫງົບ
ໂດຍສະເພາະແມ່ນປະຕິ
ບັດບັນດາຂໍ້ຫ້າມຕໍ່ນາຍ
ແລະ
ພົນຕຳຫຼວດຂອງກະຊວງປ້ອງກັນຄວາມສະຫງົບວາງອອກຢ່າງເຂັ້ມງວດ.
|