ປະດັບຊັ້ນ-ເລື່ອນຊັ້ນໃຊ້ນັກສຶກສາ ວຕປ ຮຸ່ນທີ 15/5

ວິທະຍາຄານຕໍາຫຼວດປະຊາຊົນ ( ວຕປ ) ກະຊວງ ປກສ ໄດ້ຈັດພິທີປະດັບຊັ້ນ-ເລື່ອນຊັ້ນໃຫ້ນັກ
ສຶກສາ ຈໍານວນ 140 ສະຫາຍ ທີ່ສໍາເລັດການສຶກສາປະລິນຍາຕີ
ຮຸ່ນທີ 15/5 ສົກປີ 2015 ໃນວັນທີ 9 ມີນາ 2015 ໂດຍການໃຫ້ກຽດປະດັບຂອງ
ພົຈວ ສົມຫວັງ ທໍາມະສິດ ຜູ້ອໍານວຍການ ວຕປ,
ມີບັນດາ
ຕ່າງໜ້າຈາກກົມໃຫຍ່ການເມືອງ,
ກົມຈັດຕັ້ງພະນັກງານກະຊວງ ປກສ,
ຄູ-ອາຈານ ພ້ອມດ້ວຍນັກສຶກສາເຂົ້າຮ່ວມ.
ພັອ ດຣ ວົງເຊໂດນ ພັນທະແກ້ວ ຮອງຜູ້ອໍານວຍການ ວຕປ
ກ່າວວ່າ ນັກສຶກປະລິນຍາຕີ ຮຸ່ນທີ 15/5
ຂອງວິທະຍາຄານຕໍາຫຼວດປະຊາຊົນໄດ້ເລີ່ມເປີດຮຽນມາແຕ່ເດືອນມີນາ
2010 ແລະ ໄດ້ສໍາເລັດລົງ
ໃນວັນທີ 10 ມີນາ 2015,
ເຊິ່ງມີນັກສຶກສາທັງໝົດ 140 ສະຫາຍ,
ຍິງ 12 ສະຫາຍ,
ປະກອບວິຊາຮຽນ ຄື,
ວິຊາສືບສວນ-ສອບສວນ,
ປ້ອງກັນ ແລະຕ້ານຢາເສບຕິດ,
ຄຸ້ມຄອງສໍາມະໂນຄົວ,
ສືບຂ່າວອາຍາ,ຈາ
ລາຈອນ,
ສືບສວນ-ສອບສວນຄະດີອາຍາ;
ໃນນັ້ນ,
ໄດ້ເລື່ອນຊັ້ນ ຮ້ອຍຕີ ຂຶ້ນຮ້ອຍໂທ 2 ສະຫາຍ,
ເລື່ອນ
ຊັ້ນ ວາທີຂຶ້ນ ຮ້ອຍຕີ 4 ສະຫາຍ ແລະ ປະດັບຊັ້ນຮ້ອຍໂທ 134
ສະຫາຍ,
ນອກຈາກນັ້ນ,
ນັກສຶກສາ
ດັ່ງກ່າວແມ່ນຈະໄດ້ສົ່ງໄປປະຕິບັດໜ້າທີ່ຢູ່ບັນດາກົມ-ກອງ, ກ້ອງບັນຊາການ
ປກສ ແຂວງ ເຊັ່ນກອງບັນ
ຊາການ
ປກສ ແຂວງຜົ້ງສາລີ 3 ສະຫາຍ,
ກອງບັນຊາການ ປກສ ແຂວງ ຫົວພັນ 3 ສະຫາຍ,
ກອງ
ບັນຊາການ ປກສ ແຂວງຊຽງຂວາງ 6 ສະຫາຍ,
ກອງບັນຊາການ ປກສ ແຂວງ
ບໍ່ແກ້ວ 5 ສະຫາຍ,
ກອງບັນຊາການ ປກສ ແຂວງ
ຫຼວງນໍ້າທາ 2 ສະຫາຍ,
ກອງບັນຊາການ ປກສ ແຂວງອຸດົມໄຊ 4 ສະ
ຫາຍ,
ກອງບັນຊາການ ປກສ ແຂວງ
ຫຼວງພະບາງ 5 ສະຫາຍ,
ກອງບັນຊາການ ປກສ ແຂວງ
ໄຊຍະ
ບູລີ 5 ສະຫາຍ,
ກອງບັນຊາການ ປກສ ແຂວງ
ວຽງຈັນ 8 ສະຫາຍ,
ກອງບັນຊາການ
ປກສ ແຂວງ
ບໍ ລິຄໍາໄຊ 4 ສະຫາຍ,
ກອງບັນຊາການ ປກສ ແຂວງ
ຄໍາມ່ວນ 5 ສະຫາຍ,
ກອງບັນຊາການ
ປກສ ແຂວງ
ສະຫວັນນະເຂດ 5 ສະ ຫາຍ,
ກອງບັນຊາການ ປກສ ແຂວງ ສາລະວັນ 2 ສະຫາຍ,
ກອງບັນ
ຊາການ ປກສ ແຂວງ
ຈໍາປາສັກ 6 ສະຫາຍ,
ກອງບັນຊາການ ປກສ ແຂວງ
ເຊກອງ 3 ສະ ຫາຍ,
ກອງບັນຊາການ ປກສ ແຂວງ
ອັດຕະປື 2 ສະຫາຍ,
ກະຊວງປ້ອງກັນປະເທດ 2 ສະຫາຍ,
ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ 71 ສະຫາຍ.
ພົຈວ ສົມຫວັງ ທໍາມະສິດ ຜູ້ອໍານວຍການ ວຕປ
ກໍໄດ້ໂອລົມຕໍ່ນັກສຶກສາທີ່ສໍາເລັດການສຶກສາໃນ
ຄັ້ງນີ້,
ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຄວາມສໍາເລັດຂອງນັກສຶກສາໝົດທຸກຄົນ.
ພ້ອມທັງໄດ້ເນັ່ນໃຫ້ນັກສຶກ
ສາທຸກຄົນຈົ່ງນໍາເອົາ
ຄວາມຮູ້-ຄວາມສາມາດທີ່ຕົນໄດ້ຮຽນມານໍາໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ຢູ່
ບັນດາກົມກອງ,
ກອງບັນຊາການທີ່ຕົນເອງສັງກັດ ຢູ່ໃຫ້ເກີດດອກອອກຜົນສູງສຸດ.
ນັກສຶກສາຮຸ່ນດັ່ງກ່າວນີ້,
ຈະໄດ້ມີພິທີມອບ-ຮັບໃບປະກາສະນິຍະບັດຢ່າງເປັນທາງການ
ໃນວັນທີ 10 ມີນາ 2015 ຢູ່ທີ່ວິທະຍາຄານຕໍາຫຼວດປະຊາຊົນ (
ດອນ ຕີ້ວ ).
|