
ວັນທີ
16
ທັນວາຜ່ານມາ,
ກົມສື່ສານ
ກະຊວງປ້ອງກັນຄວາມສະຫງົບ
ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍ
ແລະ
ພົນຕໍາຫຼວດ
ທີ່ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນ;
ປະດັບຊັ້ນ
ໂດຍ
ພັອ
ແສງປະເສີດ
ສຸທໍາມະວົງ
ຫົວໜ້າກົມສື່ສານ,
ມີຄະນະພະແນກ,
ຫ້ອງການພ້ອມດ້ວຍພະນັກງານ-ນັກຮົບ
ເຂົ້າຮ່ວມ.
ໃນພິທີ,
ພັທ
ຄໍາເພື່ອນ
ນາມມະວົງ
ຫົວໜ້າພະແນກການເມືອງ
ກົມສື່ສານ
ໄດ້ຜ່ານຂໍ້ຕົກລົງຂອງ
ກົມໃຫຍ່
ການເມືອງປ້ອງກັນຄວາມສະຫງົບ
ສະບັບເລກທີ
4620
ແລະ
4630/ກມປສ
ລົງວັນທີ
30
ພະຈິກ
2020
ວ່າດ້ວຍ
ການປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດ
ກົມສື່ສານ
ໃນນັ້ນ,
ເລື່ອນຊັ້ນ
ຮ້ອຍຕີ
ຂຶ້ນຮ້ອຍໂທ
3
ສະຫາຍ
ຍິງ
1
ສະຫາຍ,
ຊັ້ນວາທີ
ຂຶ້ນຮ້ອຍ
ຕີ
1
ສະຫາຍ
ແລະ
ສິບໂທຂຶ້ນ
ສິບເອກ
3
ສະຫາຍ.
ໂອກາດດຽວກັນ,
ທ່ານຫົວ
ໜ້າກົມສື່ສານ
ຍັງໄດ້ຍ້ອງຍໍຊົມເຊີຍບັນດາສະຫາຍທີ່ພ້ອມກັນຈັດຕັ້ງປະຕິບັດໜ້າ
ທີ່ວຽກງານຕາມທີ່ໄດ້ຮັບມອບໝາຍຢ່າງຕັ້ງໜ້າ
ໃນໄລຍະຜ່ານມາພ້ອມທັງ
ເນັ້ນໃຫ້ບັນສະຫາຍຜູ້ທີ່ໄດ້ຮັບ
ການ
ເລື່ອນຊັ້ນຈົ່ງພ້ອມກັນເອົາໃຈໃສ່ສ້າງຜົນງານ
ແລະ
ເຮັດວຽກວິຊາສະເພາະຢ່າງຂຸ້ນຂ້ຽວ,
ເຂັ້ມແຂງ-ໜັກແໜ້ນຕໍ່ໜ້າ
ທີ່ການເມືອງ
ໃຫ້ມີປະສິດທິພາບຫຼາຍຂຶ້ນກວ່າເກົ່າ
ເພື່ອພ້ອມກັນເຮັດສໍາເລັດທຸກ
ວຽກງານຕາມທີ່ຂັ້ນເທິງມອບ
ໝາຍໃຫ້ເປັນກ້າວໆ.
|