ຫ້ອງວ່າການກະຊວງ ປກສ
ສືບຕໍ່ປະຕິບັດວຽກງານວິຊາສະເພາະດ້ວຍຄວາມຮັບຜິດຊອບ

ທິດທາງແຜນການໃນໄຕມາດ
IV (
ເດືອນຕຸລາ-ພະຈິກ-ທັນວາ
)
ປະຈຳປີ
2020
ອົງຄະນະພັກ
ຫ້ອງວ່າການກະຊວງ
ປກສ
ສືບຕໍ່ນໍາພາພະນັກງານ-ສະມາຊິກພັກປະຕິບັດວຽກງານວິຊາສະເພາະ
ດ້ວຍຄວາມຮັບຜິດຊອບສູງ
ແລະ
ມີປະ
ສິດທິຜົນ
ເປັນຕົ້ນແມ່ນ
1
ແຜນງານ
6
ໂຄງການທີ່ກະຊວງ
ມອບໃຫ້ທັງຢູ່ໃນຄວາມຮັບຜິດຊອບ
ແລະ
ຕິດພັນກັບ
ວຽກງານ
ວິຊາສະເພາະຂອງແຕ່ລະກົມກອງໃຫ້ມີຜົນສໍາເລັດຕາມຄາດໝາຍ.
ສະຫາຍ
ພັອ
ອານຸເດດ
ຄູນ
ຄໍາ
ຮອງເລຂາຄະນະພັກ
ຮອງຫົວ
ໜ້າຫ້ອງວ່າການກະຊວງ
ປກສ
ກ່າວໃນກອງປະ
ຊຸມສະຫຼຸບການ
ເຄື່ອນໄຫວນໍາພາຂອງຄະນະພັກຫ້ອງວ່າການກະຊວງ
ປກສ
ປະຈໍາ
ໄຕມາດ
III
ແລະ
ທິດທາງແຜນ
ການປະຈໍາໄຕມາດ
IV
ທີ່ຈັດຂຶ້ນ
ໃນວັນທີ
13
ຕຸລາ
2020
ໂດຍ
ການເປັນປະທານຂອງ
ພົຈວ
ສົມວັນ
ສາຍລ້ອງພາ
ເລຂາອົງຄະນະພັກ
ຫົວໜ້າຫ້ອງວ່າການກະຊວງ
ປກສ
ພ້ອມດ້ວຍຄະນະພັກ-ຄະນະກົມອ້ອມຂ້າງຫ້ອງ
ວ່າການ
ກະຊວງ
ປກສ
ເຂົ້າຮ່ວມ
ວ່າ:
ໃນ
3
ເດືອນຕໍ່ໜ້າ,
ຈະສືບຕໍ່ສ້າງແຜນຍຸດທະສາດ
10
ປີ
ຂອງກະຊວງ
ປກສ
ວ່າດ້ວຍການ
ສະກັດກັ້ນ,
ຕອບຕ້ານ
ແລະ
ແກ້
ໄຂການກໍ່ປະທ້ວງຢູ່
ສປປ
ລາວ;
ທວງຖາມແຈ້ງການກ່ຽວກັບຄໍາ
ສະເໜີຂອງປະຊາຊົນຜ່ານໂທລະສັບສາຍດ່ວນ
1516
ຂອງລັດ
ຖະບານທີ່ພົວພັນເຖິງກຳລັງປ້ອງ
ກັນຄວາມສະຫງົບ
ນໍາກົມກອງທີ່ກ່ຽວຂ້ອງ;
ຄົ້ນຄວ້າ
ແລະ
ປະສານສົມທົບກັບກະຊວງການຕ່າງປະເທດກ່ຽວກັບຮ່າງສົນທິສັນຍາວ່າ
ດ້ວຍການໂອນຕົວຜູ້ຖືກສານຕັດສິນລົງໂທດ
ພ້ອມທັງປັບປຸງ
ແບບແຜນນໍາພາຂອງຄະນະພັກ-ຄະນະບັນຊາແຕ່ລະ
ຂັ້ນໃຫ້ສອດຄ່ອງກັບລະບຽບການຂອງພັກ
ແລະ
ພາລະບົດບາດ,
ສິດ,
ຂອບເຂດໃນການນໍາພາຂອງຕົນເປັນຕົ້ນ
ແມ່ນການປະຕິບັດຫຼັກການ
ລວມສູນໃຫ້ເຂັ້ມງວດ.
ໃນໄລຍະ
3
ເດືອນຜ່ານມາ,
ແມ່ນໄດ້ເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະຫ້ອງວ່າການໃນການຄົ້ນຄວ້າ
ວາງແຜນການກ່ຽວກັບສຶກສາອົບຮົມການເມືອງ-ແນວຄິດ;
ເອົາໃຈໃສ່ຄົ້ນຄວ້າວາງແຜນ,
ສ້າງສະຖິຕິຕິດຕາມກວດ
ກາການປະຕິບັດມະຕິຄໍາສັ່ງຕ່າງໆ,
ສ້າງແຜນແມ່ບົດ
ແລະ
ສ້າງເອກະສານຕ່າງໆ
ເຊັ່ນ:
ເອກະສານບົດແນະນໍາວຽກ
ງານເສນາທິການ,
ເຮັດແຈ້ງການ,
ແຈ້ງຕອບໂທລະ
ສັບສາຍດ່ວນ,
ບົດລາຍງານ,
ໂທລະເລກ,ບົດຄໍາເຫັນ
ແລະ
ສະ
ໂໜດນໍາສົ່ງ
ລວມມີ
125
ສະບັບ,
ສ້າງແຜນເຂົ້າຮ່ວມປ້ອງກັນກອງປະຊຸມ,
ງານພິທີສໍາຄັນຕ່າງໆ
ແລະ
ບຸນ
ປະເພນີທັງລະດັບຊາດ-ສາກົນ
ທັງໝົດ
28
ຄັ້ງ,
ເຂົ້າຮ່ວມ
ປ້ອງກັນການນໍາຂັ້ນສູງ,
ຜູ້ນໍາພັກ-ລັດພາຍໃນ
ແລະ
ຕ່າງປະເທດທີ່
ເດີນທາງມາເຄື່ອນໄຫວຢ້ຽມຢາມ
ແລະ
ເຮັດວຽກຢູ່
ສປປ
ລາວ
ທັງໝົດ
26
ຄັ້ງ;
ກວດແກ້-ຮຽບຮຽງເອກະສານ
ເພື່ອຂໍທິດຊີ້ນໍາທ່ານລັດຖະມົນຕີ,
ຮອງລັດຖະມົນຕີ
ແລະ
ຫົວໜ້າຫ້ອງວ່າການ
ຈໍານວນ
1.873
ສະບັບ,
ໃນນີ້,
ປັບປຸງຄືນ
44
ສະບັບ
ແລະ
ເຮັດຂໍ້ຕົກລົງໄປວຽກງານທາງການ
ແລະ
ໜັງສືສະເໜີຕ່າງໆ
ຈໍານວນ
106
ສະບັບເປັນຕົ້ນແມ່ນຂໍ້ຕົກລົງໄປວຽກຕ່າງແຂວງ,
ຂໍເງິນແຮ,
ເຄື່ອງຮັບໃຊ້ຫ້ອງການຂໍສ້ອມແປງ.
|