
ແຂວງຫຼວງນໍ້າທາ
ຈັດພິທີ
ຈູດ-ທໍາລາຍຢາເສບຕິດ
ເນື່ອງໃນໂອກາດວັນແຫ່ງຊາດ
ຕ້ານຢາເສບຕິດ
ຄົບຮອບ
19
ປີ
( 12
ຕຸລາ
2001-12
ຕຸລາ
2020 )
ວັນທີ
8
ຕຸລາ
2020,
ໂດຍມີ
ທ່ານ
ຄຳໄຫຼ
ສີປະເສີດ
ເຈົ້າແຂວງໆ
ຫຼວງ
ນໍ້າທາ,
ພ້ອມທັງຫົວໜ້າ
2
ກອງບັນຊາການ
ປກຊ-ປກສ
ແລະ
ບັນດາຫົວໜ້າ-ຄະນະພະແນກ,
ອົງການທຽບເທົ່າ,
ພະນັກງານ,
ທະຫານ,
ຕໍາຫຼວດ,
ນັກຮຽນ-ນັກສຶກສາ,
ຕ່າງໜ້າບໍລິສັດ,
ທັງພາກລັດ
ແລະ
ເອກະຊົນ,
ອຳນາດການ
ປົກຄອງ
ແລະ
ມວນຊົນພາຍໃນ
ແຂວງຫຼວງນໍ້າທາ
ເຂົ້າຮ່ວມ.
ພັທ
ອໍາໄພ
ສໍສະຫວັນແສງ
ຮັກສາການຫົວໜ້າຫ້ອງຕໍາຫຼວດ
ໄດ້ຜ່ານຂໍ້ຕົກລົງ
ວ່າດ້ວຍການອະນຸມັດໃຫ້ກອງ
ບັນຊາການ
ປກສ
ແຂວງ
ຈູດ-ທຳລາຍຢາເສບຕິດ
ທີ່
ສານຕັດສິນໃຊ້ໄດ້ຢ່າງເດັດຂາດ;
ມີຢາເສບຕິດປະເພດຢາບ້າ
ຈຳ
ນວນ
57.681
ເມັດ
ນໍ້າໜັກ
5.768
ກຼາມ,
ເຮໂຣອິນ
ຈໍານວນ
75
ກຼາມ,
ຢາໄອສ໌
ຈໍານວນ
23, 57
ກຼາມ,
ຢາຝິ່ນ
ຈໍານວນ
1,3
ກິ
ໂລກຼາມ,
ແປ້ງຝຸ່ນສີຂາວບໍ່ມີເຊື້ອຢາເສບຕິດເຈື່ອປົນ
ຈໍານວນ
5
ເປົາ
ນໍ້າໜັກ
103,8
ກິໂລກຼາມ,
ແປ້ງຝຸ່ນສີຂາວທີ່ມີເຊື້ອຢາເສບ
ຕິດເຈື່ອປົນ
ຈໍານວນ
7,5
ກຼາມ.
ໂອກາດດຽວກັນ,
ພົຈວ
ອິ່ນແກ້ວ
ມະນີຈັນ
ຫົວໜ້າກອງບັນ
ຊາການທະຫານແຂວງ
ໄດ້ກ່າວ
ວ່າ:
ໄລຍະຜ່ານ
ມາພວກເຮົາໄດ້ປະເຊີນໜ້າກັບໄພຄຸກຄາມຈາກ
ບັນຫາຢາເສບຕິດຢ່າງໜັກໜ່ວງ,
ເຊິ່ງມັນໄດ້ເປັນອຸປະສັກກົດ
ໜ່ວງທ່ວງດຶງ
ໃຫ້ແກ່ການພັດທະນາ
ເສດຖະກິດ-ສັງຄົມ,
ນໍາເອົາຄວາມຫາຍະນະມາສູ່ຊີວິດ,
ຄອບຄົວ
ແລະ
ບຸກ
ຄົນທີ່ຕົກເປັນທາດຂອງຢາເສບຕິດ.
ດັ່ງນັ້ນ,
ຈຶ່ງຮຽກຮ້ອງມາຍັງບັນດາທ່ານຄະນະພັກ,
ອົງການປົກຄອງທຸກຂັ້ນ,
ການຈັດຕັ້ງໃນສັງຄົມ
ແລະ
ພໍ່-ແມ່ປະຊາຊົນບັນດາເຜົ່າ
ຈົ່ງເພີ່ມທະວີຄວາມສາມັກຄີເປັນເອກະພາບໃນການສະ
ກັດກັ້ນ
ແລະ
ຕ້ານຢາເສບຕິດຢູ່ພາຍໃນແຂວງຫຼວງນໍ້າທາໃຫ້ໝົດໄປ.
|