
ສະຫະພັນກໍາມະບານ
ກະຊວງ
ປກສ
ໄດ້ພົບປະແລກປ່ຽນບົດຮຽນກັບສູນຝຶກຊ້ອມກິລາຍິງປືນ
5
ເມສາ
ເພື່ອຂະຫຍາຍອົງການຈັດຕັ້ງກໍາມະບານ
ຢູ່ສູນດັ່ງກ່າວ
ໃນວັນທີ
20
ພະຈິກ
2020,
ມີ
ພັອ
ວັນນະເລດ
ບຸດຕະວົງ
ປະທານກໍາມະບານ
ກະຊວງ
ປກສ
ແລະ
ທ່ານ
ພຸດທະສັກ
ສຸກອາລຸນ
ຜູ້ອໍານວຍການສູນຝຶກຊ້ອມກິລາຍິງປືນ
5
ເມສາ,
ມີຮອງປະທານ,
ຮອງອໍານວຍການ,
ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ພັອ
ວັນນະເລດ
ບຸດຕະວົງ
ກ່າວວ່າ:
ການພົບປະແລກປ່ຽນບົດຮຽນ
ເພື່ອຂະຫຍາຍອົງການຈັດຕັ້ງກໍາ
ມະບານຢູ່ສູນຝຶກຊ້ອມ
ກິລາຍິງປືນ
5
ເມສາ
ແມ່ນບົນພື້ນອີງໃສ່ກົດໝາຍວ່າດ້ວຍກໍາມະບານລາວ
ສະບັບປັບປຸງ
ປີ
2018
ແລະ
ກົດລະບຽບຂອງສະຫະພັນກໍາມະບານລາວ
ສະໄໝທີ
VII
ໃນໝວດທີ
III
ມາດຕາທີ
15
ໄດ້
ລະບຸຢ່າງຈະແຈ້ງ
ກ່ຽວກັບການຈັດຕັ້ງກໍາມະບານ
ໄດ້ຮັບການສ້າງຕັ້ງຂຶ້ນຢູ່ແຕ່ລະສໍານັກງານອົງການ,
ແຂວງ,
ນະຄອນຫຼວງ,
ອົງການທຽບເທົ່າ,
ອົງການຈັດຕັ້ງສັງຄົມ,
ໂຮງງານ,
ກຸ່ມການຜະລິດ,
ການ
ບໍລິການ,
ຂົງເຂດປ້ອງກັນ
ຊາດ-ປ້ອງກັນຄວາມສະຫງົບ,
ຫົວໜ້າແຮງງານທີ່ລັດຖະບານໄດ້ອະນຸຍາດ
ເຄື່ອນໄຫວດໍາເນີນທຸລະກິດໄດ້
6
ເດືອນຂຶ້ນໄປ.
ນອກນັ້ນ,
ທ່ານປະທານສະຫະພັນກໍາມະບານ
ກະຊວງ
ປກສ
ຍັງໄດ້ອະທິບາຍໃຫ້ຜູ້ອຳນວຍການ,
ຄະນະ
ອໍານວຍການ,
ພະນັກງານສູນຝຶກຊ້ອມກິລາຍິງປືນ
5
ເມສາ
ຮັບຮູ້ກ່ຽວກັບພາລະບົດບາດ,
ສິດ,
ໜ້າ
ທີ່,
ຄວາມ
ໝາຍ-ຄວາມສໍາຄັນໃນການເປັນຕົວ
ແທນປົກປ້ອງສິດຜົນປະໂຫຍດ
ອັນຊອບທໍາຂອງຊົນຊັ້ນກໍາມະກອນ
ແລະ
ຊາວ
ຜູ້ອອກແຮງງານ
ຢ່າງຖືກຕ້ອງ.
ສູນຝຶກຊ້ອມກິລາຍິງປືນ
5
ເມສາ
ຕັ້ງຢູ່ບ້ານສົມສະຫງ່າ
ເມືອງໄຊເຊດຖານະຄອນຫຼວງ
ວຽງຈັນ
ໄດ້ເລີ່ມ
ສ້າງຕັ້ງແຕ່ວັນທີ
1
ມັງກອນ
2015
ແລະ
ເປີດນໍາໃຊ້
ຢ່າງເປັນທາງການ
ໃນວັນທີ
2
ເມ
ສາ
2016,
ເປັນ
ໂຄງການທີ່ມີລັກສະນະວິສາຫະກິດປະສົມກັບລັດ-ເອກະຊົນ,
ການກໍ່ສ້າງໂຄງການມີ
14
ເຮັກຕາ
ກັບ
7.611
ຕາ
ແມັດ,
ແບ່ງອອກເປັນ
2
ໂຄງການກໍ່ສ້າງຄື:
ໂຄງການກໍ່ສ້າງສະໜາມຝຶກຊ້ອມກິລາຍິງປືນ
5
ເມສາ
ຈໍານວນ
12
ເຮັກຕາ
ແລະ
ສະໜາມຍິງປືນ
PAINBALL.
|