ອຸດົມໄຊ ເກືອບພາດທ່າ
ຂະນະທີ່ ຄຳມ່ວນ ຜ່ານເຂົ້າຮອບ 8 ທີມ

ທີມກີລາບານສົ່ງໃນຮົ່ມທີມເຈົ້າພາບ (ອຸດົມໄຊ) ສ້າງຜົນງານໄດ້ດັ່ງໃຈກອງເຊຍ
ເມື່ອເອົາຊະນະ ຫຼວງນ້ຳທາ 3-2 ເຊັດ ເປັນທີ 3 ຂອງຕາຕະລາງມີໂອກາດຜ່ານເຂົ້າໄປຫຼິ້ນໃນຮອບຕໍ່ໄປ
ຂະນະທີ່ ຄຳມ່ວນ ເອົາຊະນະ ອັດຕະປື ຂາດລອຍດ້ວຍຄະແນນ 3-1 ເຊັດ ຜ່ານເຂົ້າຮອບ
8 ທີມ.
ການແຂ່ງຂັນບານສົ່ງໃນຮົ່ມ (ຊາຍ) ສາຍ ຂ ໃນງານມະຫະກຳກີລາແຫ່ງຊາດໃນວັນທີ
15 ທັນວາ ເປັນການລົງສະ ໜາມນັດສຸດທ້າຍຂອງ ສາຍ ຂ ເຊິ່ງທີມບານສົ່ງອຸດົມໄຊ
ລົງສະໜາມ ພົບກັບ ຫຼວງນ້ຳທາ ເປັນເກມການແຂ່ງຂັນທີ່ດຸເດືອດ ເມື່ອທີມເຈົ້າພາບ
ຂື້ນນ້ຳ 2-1 ເຊັດ ແຕ່ກໍ່ຕ້ອງເຮັດວຽກໜັກ ໃນເຊັດທີ 4 ເມື່ອຫຼວງນ້ຳທາງສາມາດນຳມາຕີສະເໝີ
2-2 ເຊັດ ເຮັດໃຫ້ບັນດາກອງເຊຍເຈົ້າພາບຕ້ອງຕົກພະຫວາ ຕ້ອງມາຕັດສິນໃນເຊັດທີ
5 ທີ່ເອົາຊະນະພຽງ 15 ຄະແນນ ເຊິ່ງເລີ່ມການແຂ່ງຂັນ ທີມເຈົ້າພາບ ສາມາດສ້າງຄວາມຕື່ນເຕັ້ນໃຫ້ກັບກອງເຊຍ
ໂດຍຂື້ນນ້ຳຫ່າງໄປຢູ່ 14-7 ຄະແນນ ກ່ອນທີ່ຫຼວງນ້ຳທາ ຈະໄລ່ຂື້ນມາເປັນ
13-14 ຄະແນນ ແຕ່ກໍ່ພາດທ່າ ໃນໂຄ້ງສຸດທ້າຍ ໂອກາດຈຶ່ງເປັນຂອງເຈົ້າພາບ ເອົາຊະນະໄປ
3-2 ເຊັດ.
ສຳລັບຜົນຂອງການແຂ່ງຂັນບານສົ່ງໃນຮົ່ມ (ຊາຍ) ສາຍ ຂ ອັນດັບ 1 ເປັນຂອງ ຄຳມ່ວນ
ລົງແຂ່ງ 3 ນັດ ຊະນະ 3 ນັດ ມີ 9 ຄະແນນ ອັດຕະປີ ລົງແຂ່ງ 3 ນັດ ຊະນະ 2 ເສຍ 1 ມີ 6
ຄະແນນ ອຸດົມໄຊ ລົງແຂ່ງ 3 ນັດ ເສຍ 2 ຊະນະ 1 ມີ 3 ຄະແນນ ແລະ ຫຼວງນ້ຳທາ ລົງແຂ່ງ 3
ນັດ ເສຍທັງ 3 ນັດ.
ສ່ວນຜົນການແຂ່ງຂັນ ສາຍ ກ ແລະ ສາຍ ຄ ແມ່ນຕ້ອງລໍຖ້ານັດສຸດທ້າຍ ທີ່ ຈະລົງແຂ່ງໃນຕອນເຊົ້າ
ຂອງມື້ນີ້ ເຊິ່ງ ສາຍ ກ ໄຊຍະບູລີ ຈະພົບກັບ ຫຼວງພະບາງ ແລະ ສາຍ ຄ ປກສ ຈະລົງສະໜາມພົບກັບ
ສະຫວັນນະເຂດ.