ນະຄອນຫຼວງ ແລະ ບໍລິຄໍາໄຊ ໄດ້
1 ຫຼຽນຄໍາ ດອກປີກໄກ່ດ່ຽວຊາຍ-ຍິງ
ໃນວັນທີ 17 ທັນວາ ຜ່ານມາ, ທີ່ສະໂມສອນທະນາ ຄານ ແຫ່ງ
ສປປ ລາວ ສາຂາ ແຂວງອຸດົມໄຊ ໄດ້ມີການແຂ່ງ ຂັນນັດ ຊິງຊະນະເລີດ ກິລາ
ດອກປີກໄກ່ປະເພດດ່ຽວຊາຍ ແລະ ດ່ຽວຍິງ. ສະເພາະປະ ເພດດ່ຽວຊາຍ ແມ່ນເປັນການ ພົບກັນລະຫວ່າງ
ທ້າວ ໄຊສົມ ພອນ ວົງປະຈິດ ຈາກນະຄອນຫຼວງ ວຽງຈັນ ພົບກັບ ທ້າວ ໄຊ ຊະນະ ໄຊຈະເລີນ ຈາກແຂວງ
ສະຫວັນນະເຂດ.
ຜ່ານການ ແຂ່ງຂັນຜົນປະກົດວ່າ: ທ້າວ ໄຊສົມພອນ ວົງປະຈິດ
ອາໄສ ທັກສະ ແລະ ການຕົບດອກທີ່ ໜັກແໜ້ນກວ່າ ຈຶ່ງສາມາດ ເອົາຊະນະໄປ 2 ເຊັດລວດ ດ້ວຍຄະແນນ
21-17, 21-13 ຄວ້າຫຼຽນຄຳ ປະເພດດັ່ງກ່າວ ໄປຄອງ, ຫຼຽນເງິນເປັນຂອງ ທ້າວ ໄຊຊະນະ ໄຊຈະເລີນ
ແລະ ຫຼຽນທອງຕົກເປັນຂອງ ທ້າວ ຜາໄຊ ແສງຈະເລີນ ຈາກກະຊວງພະລັງງານ ແລະ ບໍ່ແຮ່,
ຂະນະທີ່ປະເພດດ່ຽວ ຍິງ ເປັນການພົບ ກັນລະຫວ່າງ ນາງ ສຸດໃຈ ໄຊຊະນະ ຈາກ ແຂວງບໍລິຄຳໄຊ ແລະ
ນາງ ເພັດມະນີ ແກ້ວເພຍຈັນ ຈາກ ແຂວງຄຳມ່ວນ.
ຜົນປະກົດວ່າ: ນາງ ສຸດໃຈ ໄຊຊະນະ ສະ ແດງຜົນງານດີເດັ່ນ
ສົມເປັນ ມືໜຶ່ງຂອງແຂວງບໍລິຄຳໄຊ ໄລ່ເອົາຊະນະ 2-1 ເຊັດດ້ວຍ ຄະແນນ 21-17, 8-21, 21-16
ຄວ້າຫຼຽນຄຳໄປຄອງ ຊຶ່ງ ເປັນ ຫຼຽນຄຳທີ 2 ຂອງລາວໃນງານຄັ້ງນີ້
ພາຍຫຼັງທີ່ຄວ້າມາໄດ້ໃນປະເພດທິມຊຸດຍິງ.
ພ້ອມກັນນັ້ນຍັງຈະສືບຕໍ່ລົງ ແຂ່ງຂັນໃນປະ ເພດຄູ່ຍິງຕື່ມ
ອີກໃນວັນທີ 18- 19 ທັນວາ, ສ່ວນຫຼຽນທອງ ເປັນຂອງ ນາງ ລານ ແສງເພັດ ຈາກແຂວງ ບໍລິຄຳໄຊ.